ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 24 ກ່ຽວ​ກັບ​ໂຄງ​ການ, ກິດ​ຈະ​ກຳ​ສຳ​ຄັນລະ​ດັດແຫ່ງ​ຊາດ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງເປັນເຈົ້າການຊີ້ນຳນຳພາສຳຫຼວດກວດຄືນ, ກວດກາຕີລາຄາ, ກຳນົດລະດັບ, ຍອດເງິນລົງທຶນ, ຂັ້ນຕອນ, ລະບຽບການລົງທຶນ, ຄັດເລືອກນັກລົງທຶນ, ຜູ້ຮັບເໝົາຮັບປະກັນຖືກຕ້ອງຕາມຂໍ້ກຳນົດ…
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 24 ກ່ຽວ​ກັບ​ໂຄງ​ການ, ກິດ​ຈະ​ກຳ​ສຳ​ຄັນລະ​ດັດແຫ່ງ​ຊາດ - ảnh 1ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 5 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງລັດ ກ່ຽວກັບບັນດາໂຄງການ, ກິດຈະກຳ ສຳຄັນລະດັບຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງເປັນປະທານກອງປະຊຸມຄັ້ງທີ 24. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງເປັນເຈົ້າການຊີ້ນຳນຳພາສຳຫຼວດກວດຄືນ, ກວດກາຕີລາຄາ, ກຳນົດລະດັບ, ຍອດເງິນລົງທຶນ, ຂັ້ນຕອນ, ລະບຽບການລົງທຶນ, ຄັດເລືອກນັກລົງທຶນ, ຜູ້ຮັບເໝົາຮັບປະກັນຖືກຕ້ອງຕາມຂໍ້ກຳນົດ… ທ່ານນາຍົກລັດຖະມົນຕີ ຊີ້ນຳວ່າ:

ແກ້ໄຂຄວາມຫຍຸ້ງຍາກ, ຮົ້ວກີດຂວາງຢ່າງທັນການເພື່ອສ້າງລະບອບລະບຽບການໃຫ້ສົມບູນແບບ. ສືບຕໍ່ສຳຫຼວດກວດຄືນ, ປັບປຸງ, ເພີ່ມເຕີມການວາງແຜນກຳນົດໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຂອງພັກ ກ່ຽວກັບພື້ນທີ່ພັດທະນາໃໝ່ຂອງປະເທດຊາດ. ເປັນເຈົ້າການວາງແຜນກຳນົດແຂວງ ໃນນັ້ນຕ້ອງເອົາໃຈໃສ່ເຖິງການຕິດພັນການວາງແຜນຜັງພື້ນທີ່ພັດທະນາໃໝ່ລຽບຕາມເສັ້ນທາງຄວາມໄວສູງ, ເຮັດກິດຈະກຳໃຫ້ດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ