ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ໄດ້ນຳ​ໜ້າ​ຄະ​ນະ​
ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ​ມາຢ້ຽມ​ຢາມ​ຫວຽດ​ນາມ
(ພາບ: VGP)

(vovworld) - ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ ຂອງ ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ, ທ່ານ Samdech Akka Moha Sena Padei Techo Hun Sen ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ໄດ້ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ​ມາຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແຕ່ວັນ​ທີ 20/12 ເຖິງວັນ​ທີ 21/12/2016. ການຢ້​ຽມຢາມໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ປະ​ເທດ​ໃນ​ຫຼາຍຂົງ​ເຂດ, ເປັນ​ຕົນ​ແມ່ນ​ດ້ານການ​ເມືອງ, ການປ້ອງກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ການ​ຄ້າ ແລະ ທ່ອງ​ທ່ຽວ.​


ຂ່າວ/ບົດ​ອື່ນ