ນາຍົກລັດຖະມົນຕີ ສິງກາໂປ ຫຼີຊຽນຫຼົງ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ
ທ່ານນາຍົກລັດຖະມົນ ຫວຽດນາມ ຫງວຽນເຕີນຢູງ ແລະ ທ່ານນາຍົກລັດຖະມົນຕີ ສິງກາໂປ ຫຼີຊຽນຫຼົງ
(ພາບ: VGP/Nhật Bắc)
(vovworld) – ວັນທີ 13/9, ທ່ານນາຍົກລັດຖະມົນຕີ ສິງກາໂປ ຫຼີຊຽນຫຼົງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ສິງກາໂປ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງທ່ານນາຍົກລັດຖະມົນ ຫວຽດນາມ ຫງວຽນເຕີນຢູງ ຢ່າງຈົບງາມ. ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ເຂົ້າຢ້ຽມຂຳ່ນັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ພົບປະກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ. ທີ່ການພົບປະເຈລະຈາຄັ້ງຕ່າງໆ, 2 ຝ່າຍໄດ້ເຫັນດີຖືວ່າ: ຄວນຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ສະໜັບສະໜູນເລື່ອງສົ່ງເສີມການສ້າງຕັ້ງສະມາຄົມມິດຕະພາບ ຢູ່ແຕ່ລະປະເທດເພື່ອຍູ້ແຮງການພົວພັນແລກປ່ຽນ ປະຊາຊົນ. ໜຶ່ງໃນບັນດາຂີດໝາຍໃນການຢ້ຽມຢາມຄັ້ງນີ້ແມ່ນ: ນາຍົກລັດຖະມົນຕີ 2 ທ່ານຕັດສິນໃຈຍົກລະດັບການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ສິງກາໂປ ເປັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ. 2 ຝ່າຍເຫັນດີເປັນເອກະສັນຍູ້ແຮງການສົມທົບກັນ ແລະ ພ້ອມກັບບັນດາປະເທດ ອາຊຽນ ອື່ນ ມານະພະຍາຍາມຍູ້ແຮງການສ້າງປະຊາຄົມ ອາຊຽນ ໃນປີ 2015, ເພີ່ມທະວີຄວາມສາມັກຄີ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ຢູ່ພາກພື້ນ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາວັດທະນາຖາວອນໃນພາກພື້ນ, ພ້ອມທັງຍົກສູງບັນດາຫຼັກການລວມຂອງ ອາຊຽນ ໃນຖະແຫຼງການ 6 ຂໍ້ຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບທະເລຕາເວັນອອກ, ໃນນັ້ນເນັ້ນໜັກເລື່ອງແກ້ໄຂບັນດາການພິດພາດໂດຍສັນຕິວິທີ, ປະຕິບັດຕາມກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ປະຕິບັດຖະແຫຼງການກ່ຽວກັບການປະພຶດຕໍ່ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ຄົບຖ້ວນ ແລະ ສ້າງປະມວນລະບຽບການກ່ຽວກັບການປະພຶດໃນທະເລຕາເວັນອອກ (COC) ໂດຍໄວ.
ທ່ານນາຍົກລັດຖະມົນຕີ ສິງກາໂປ ຫຼີຊຽນຫຼົງ ຕີລາຄາສູງໝາກຜົນຂອງການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານແຕ່ວັນທີ 11 – 13/9 ແລະ ຖືນີ້ແມ່ນເຫດການເພື່ອແນໃສ່ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບ ສິງກາໂປ - ຫວຽດນາມ.