ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບບັນດາພະນັກງານ, ຂະແໜງການເພື່ອແກ້ໄຂບັນດາຂໍ້ຕິດຂັດຂອງວິສາຫະກິດ

(VOVWORLD) - ຕອນບ່າຍວັນທີ 17 ພຶດສະພາ, ຢູ່ຫໍປະຊຸມແຫ່ງຊາດ, ຮ່າໂນ້ຍ, ພາຍຫຼັງກອງປະຊຸມ, ນາຍົກລັດຖະມົນຕີກັບວິສາຫະກິດ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີ ໄດ້ເຮັດວຽກກັບການນຳບັນດາກະຊວງ, ຂະແໜງການເພື່ອ ແກ້ໄຂບັນດາບັນດາຂໍ້ສະເໜີແນະຂອງວິສາຫະກິດ. 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບບັນດາພະນັກງານ, ຂະແໜງການເພື່ອແກ້ໄຂບັນດາຂໍ້ຕິດຂັດຂອງວິສາຫະກິດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ທະນາຄານແຫ່ງລັດສ້າງເງື່ອນໄຂ ເພື່ອໃຫ້ສິນເຊື່ອນຳເຂົ້າພື້ນຖານເສດຖະກິດ ຜ່ານບັນດາມາດຕະການລະອຽດກວ່າອີກ, ເພື່ອໄດ້ລະບຸໄວ້ໃນຄຳສັ່ງນີ້, ສ້າງແຫຼ່ງກຳລັງໃຫ້ການພັດທະນາ, ເປັນຕົ້ນແມ່ນເຂດກະສິກຳ, ຊົນນະບົດ. ສະຫຼຸບການເຮັດວຽກ, ທ່ານ ນາຍົກລັດຖະມົນຕີ ຕີລາຄາສູງເລື່ອງ ກະຊວງແຜນການ ແລະ ການລົງທຶນ ທີ່ໄດ້ກະກຽມຮ່າງຄຳສັ່ງໃກ້ຊິດຕິດແທດກັບບັນດາບັນຫາທີ່ວິສາຫະກິດຍົກໃຫ້ເຫັນ, ພ້ອມທັງຊີ້ນຳບັນດາກະຊວງ, ຂະແໜງການປະກອບຄຳເຫັນແກ້ໄຂບັນດາຂໍ້ຕິດຂັດໃກ້ຊິດຕິດແທດກັບຄວາມເປັນຈິງທີ່ວິສາຫະກິດ ສະເໜີ ແລະ ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ກ່າວສະຫຼຸບ. ທ່ານ ຫວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ຖືວ່າມີ 14 ເນື້ອໃນຄວນເພີ່ມຕື່ມເຂົ້າໃນຮ່າງຄຳສັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ