ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນຊາດ ອີຕາລີ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນຊາດ ອີຕາລີ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໃຫ້ການ​ຕ້ອນຮັບ ທ່ານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດ ອີ​ຕາ​ລີ Giampaolo Di Paola
(ພາບ: VGP/Nhật Bắc)

(vovworld) –  ຕອນ​ບ່າຍ​ວັນ​ທີ 10/1 ຢູ່ ຮ່າ​ໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໃຫ້ການ​ຕ້ອນຮັບ ທ່ານ Giampaolo Di Paola, ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດ ອີ​ຕາ​ລີ ​ຊຶ່ງ​ພວມ​ຢູ່​ຢ້ຽມ​ຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດ ອີ​ຕາ​ລີ ຄັ້ງ​ນີ້ ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຫວັງ​ວ່າ: 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່ 2 ປະ​ເທດ​ມີ​ທ່າ​ແຮງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນບັນດາ​ເວທີ​ປາ​ໄສ​ສາກົນ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ທ່ານ Giampaolo Di Paola, ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດ ອີ​ຕາ​ລີ ລ້ວນ​ແຕ່​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຮັກ​ສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ພິພາດກັນ​ໂດຍ​ສັນຕິ​ວິ​ທີ ​ແລະ ​ເຄົາລົບ​ກົດໝາຍ​ສາກົນ. ກ່ອນ​ໜ​້ານັ້ນ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟູ່ງກວາງ​ແທງ ​ໄດ​້ມີ​ການ​ເຈ​ລະ​ຈາ ກັບ ລັດຖະມົນຕີ​ກະຊວງ​ປ້ອງ​ກັນຊາ​ດ ອີ​ຕາ​ລີ. ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ການ​ເຈລະຈາ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟູ່ງກວາງ​ແທງ ຊີ້​ແຈ້ງວ່າ:

“​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, 2 ກະຊວງ​ຈະ​ເຊັນ​ບົດ​ບັກ​ທຶກ​ຊ່ວນຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ຢູ່ Roma, ​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໂດຍ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 2 ປະ​ເທດ​ລົງ​ນາມ. ພວກ​ຂ້າພະ​ເຈົ້າ​ຍັງ​ກຳນົດ​ວ່າ: ການ​ຮ່ວມ​ມື​ດ້ານປ້ອງ​ກັນຊາ​ດ 2 ຝ່າຍພັດທະນາ​ເປັນ​ຢ່າງ​ດີ ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ລະຫວ່າງ 2 ປະ​ເທດ ​ແລະ ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ​ໃຫ້​ພັດທະນາ​ດີ​ກ່ວາ ທັງ​ນີ້​ກໍ​ເປັນ​ການ​ຮັກສາ ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ເພື່ອ​ພັດທະນາ​ໃນ​ພາກ​ພື້ນ​ອາຊີ ຕາ​ເວັນ​ອອກສຽງ​ໃຕ້”

ຂ່າວ/ບົດ​ອື່ນ