ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ມີການເຮັດວຽກກັບຄະນະປະທານສະຫະພັນ ແມ່ຍິງ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ມີການເຮັດວຽກກັບຄະນະປະທານສະຫະພັນ ແມ່ຍິງ  - ảnh 1

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ເຮັດວຽກກັບສະຫະພັນແມ່ຍິງ
ພາບ: dantri.com.vn

(vovworld) - ​    ຕອນ​ເຊົ້າ​ວັນ​ທີ 22/2 ຢູ່​ສຳນັກ​ງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ ຄະນະ​ປະທານ​ສະຫະພັນ​ແມ່ຍິງ ຫວຽດນາມ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​​ແຫ່ງ​ການ​ສົມທົບ​ວຽກ​ງານ ​ແລະ ​ເປັນ​ເອກະ​ພາບກ່ຽວກັບ​ຈຸດ​ສຸມ​ໃນການ​ສົມທົບ​ກັນໄລຍະ​ຈະ​ມາ​ເຖິງ. ບົນ​ພື້ນຖານບັນດາ​ຈຸດໝາຍ, ຄາດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ທີ່​ໄດ້​ວາງ​ອອກ​ໃນ​ປີ​ນີ້ ​ແລະ ຊຸມ​ປີ​ຕໍ່​ໄປ, ທ່ານ​ນາຍົກ ລັດຖະມົນຕີສະ​ເຫ​ນີວ່າ: ສະຫະພັນ​ແມ່ຍິງ ຫວຽດນາມ ສືບ​ຕໍ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ເພື່ອສ້າງ​ສຳ​ເລັດ​ລະບົບ​ກົດໝາຍ​ຕິດ​ພັນ​ກັບ​ການ​ເພີ່ມ​ທະວີ​ໂຄສະນາ​ການປະຕິບັດ​ກົດໝາຍ ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ສະ​ເຫມີ​ພາບ ລະຫວ່າງ ຍິງ​ຊາຍ, ປ້ອງ​ກັນ ​ແລະ ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ, ປົກ​ປ້ອງ​ແມ່ຍິງ ​​ແລະ ​ເດັກນ້ອຍ, ຍູ້​ແຮງ​ບັນດາ​ຂະ​ບວນການ​ແຂ່ງຂັນ​ອັນ​ແທດ​ຈິງ, ບັນດາ​ໂຄງການ​ຫນູນ​ຊ່ວຍ​ແມ່ຍິງ ເປັນ​ຕົ້ນ​ແມ່ນ​ແມ່ຍິງ​ຊົນ​ເຜົ່າ​, ສຸມ​ໃສ່​ບຳລຸງ​ສ້າງ ຍົກ​ສູງ​ລະດັບ​ຄວາມ​ຮູ້​ຂອງ​ພະນັກງານ​ສະຫະພັນ​ແມ່ຍິງ​ຂັ້ນ​ຕ່າງໆ.

​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ​ ຫວຽດນາມ ກ່ຽວ​ກັບ​ກົດ​ລະບຽບ​ການ​ສົມທົບ ລະຫວ່າງ​ລັດຖະບານກັບ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງຖື​ວ່າ: ຈຸດ​ໃຈກາງ​ໃນ​ການ​ສົມທົບ​ລະຫວ່າງ​ລັດຖະບານ ​ແລະ ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ປີ​ນີ້ ແມ່ນຄວນ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ສ້າງ​ກົດໝາຍ, ພິ​ເສດ ​ແມ່ນ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ກຳມະກອນ, ລັດຖະກອນ ​ແລະ ຄົນ​ງານ ຕິດ​ພັນ​ກັບ​ການ​ຍູ້​ແຮງ​ວຽກ​ງານ​ຕິດຕາມ​ກວດກາ, ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຄົນ​ງານ. ສືບ​ຕໍ່​ຍູ້​ແຮງ​ບັນດາ​ຂະ​ບວນການ​ແຂ່ງຂັນ, ບັນດາ​ໂຄງການ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ ປະສິດທິ​ຜົນການ​ອອກ​ແຮງ​ງານທຳ​ການ​ຜະລິດ ​ແລະ ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ງານ. 

 

 

ຂ່າວ/ບົດ​ອື່ນ