ນາຍົກລັດຖະມົນຕີ ເປັນປະທານກອງປະຊຸມສາມັນປະຈຳເດືອນ 01/2015
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເປັນປະທານ
ກອງປະຊຸມສາມັນປະຈຳເດືອນ 01/2015
(ພາບ: chinhphu.vn)
(vovworld) – ວັນທີ 30/01, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ, ລັດຖະບານໄດ້ຈັດກອງປະຊຸມສາມັນປະຈຳເດືອນ 01/2015, ຮັບຟັງ ແລະ ປຶກສາຫາລືບົດລາຍງານສະພາບການເສດຖະກິດສັງຄົມ ໃນເດືອນ 01/2015, ສະພາບການຜັນຂະຫຍາຍມະຕິເລກທີ 01/NQ-CP ຂອງລັດຖະບານກ່ຽວກັບບັນດາໜ້າທີ່, ມາດຕະການແກ້ໄຂຕົ້ນຕໍການຊີ້ນຳບໍລິຫານການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານຂອງລັດປີ 2014.
ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະເໜີໃຫ້ບັນດາສະມາຊິກລັດຖະບານ ປະກອບຄຳເຫັນໃນການເປັນເຈົ້າການຊີ້ນຳການບໍລິຫານເສດຖະກິດມະຫາພາກ ຕໍ່ໜ້າການຜັນແປທີ່ສັບສົນຂອງລາຄານ້ຳມັນໂລກ. ພ້ອມທັງສືບຕໍ່ປຶກສາຫາລື, ຍົກອອກມາດຕະການແກ້ໄຂກ່ຽວກັບການເພີ່ມທະວີການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ; ແກ້ໄຂຄວາມຫຍຸ້ງຍາກໃຫ້ການຜະລິດ, ດຳເນີນທຸລະກິດ. ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງ; ຍູ້ແຮງການປະຕິບັດບັນດາຂອດບຸກທະລຸຍຸທະສາດ… ຮັບປະກັນໃຫ້ປະຊາຊົນຕ້ອນຮັບບຸນປີໃໝ່ຢ່າງປອດໄພ ແລະ ປະຢັດ.