ນຳເນື້ອໃນສິດທິມະນຸດເຂົ້າໃຫ້ຫຼັກສູດການສຶກສາແຫ່ງຊາດ
(VOVWORLD) - ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດກອງປະຊຸມທົ່ວປະເທດຜັນຂະຫຍາຍປະຕິບັດມະຕິເລກທີ 34 ຂອງນາຍົກລັດຖະມົນຕີ...
ກອງປະຊຸມຈັດຂຶ້ນຢູ່ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ
(ພາບ:Văn Điệp/TTXVN) |
ຕອນບ່າຍວັນທີ 19 ຕຸລາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດກອງປະຊຸມທົ່ວປະເທດຜັນຂະຫຍາຍປະຕິບັດມະຕິເລກທີ 34 ຂອງນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີການປະຕິບັດແຜນຮ່າງນຳເນື້ອໃນສິດທິມະນຸດເຂົ້າໃນຫຼັກສູດການສຶກສາໃນລະບົບການສຶກສາແຫ່ງຊາດ. ປອ ຟ້າມຍືເງະ, ຮອງຫົວໜ້າກົມສຶກສາມະຫາວິທະຍາໄລ, ກະຊວງສຶກສາບຳລຸງສ້າງ ຫວຽດນາມ, ໃຫ້ຮູ້ວ່າ:
“ເປົ້າໝາຍແມ່ນຮອດປີ 2025, ຊົ່ວໂມງຮຽນກ່ຽວກັບການສຶກສາສິດທິມະນຸດ ລ້ວນແຕ່ມີເອກະສານທາງການເພື່ອຜັນຂະຫຍາຍໃນລະບົບການສຶກສາຂອງຊາດ. ເມື່ອນັ້ນ, ບັນດາຮາກຖານການສຶກສານັບແຕ່ຂັ້ນອະນຸບານ ຕະຫຼອດຮອດຂັ້ນມະຫາວິທະຍາໄລ ຈະມີຫຼັກສູດສຶກສາຢ່າງເປັນທາງການ.”