ອາເມລິກາ ໂຈະການເພີ່ມພາສີສຳລັບເຄື່ອງເຟີນີເຈີທີ່ນຳເຂົ້າຈຳນວນໜຶ່ງ

(VOVWORLD) - ຖະແຫຼງການຂອງທຳນຽບຂາວໃຫ້ຮູ້ວ່າ ອາເມລິກາ ພວມດຳເນີນບັນດາການເຈລະຈາທີ່ກ່ຽວຂ້ອງເຖິງການນຳເຂົ້າບັນດາຜະລິດຕະພັນຈາກໄມ້
ອາເມລິກາ ໂຈະການເພີ່ມພາສີສຳລັບເຄື່ອງເຟີນີເຈີທີ່ນຳເຂົ້າຈຳນວນໜຶ່ງ - ảnh 1 ທ່ານ Donald Trump, ປະທານາທິບໍດີ ອາເມລິກາ
(ພາບ: REUTERS/Brian Snyder)

        ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ແຈ້ງຂໍ້ຕົກລົງໂຈະການຈັດວາງອັດຕາພາສີ 30% ສຳລັບເຄື່ອງເຟີນີເຈີທີ່ຫຸ້ມດ້ວຍແຜ່ນແພ ແລະ 50% ສຳລັບຕູ້ເຮືອນຄົວ ແລະ ໂຕະແຕ່ງໜ້າຮອດວັນທີ 01 ມັງກອນ 2027. ສະນັ້ນ, ເລື່ອງເພີ່ມອັດຕາພາສີສຳລັບບັນດາສິນຄ້າດັ່ງກ່າວໄດ້ຖອຍໄປຕື່ມ 1 ປີເມື່ອທຽບໃສ່ແຜນການກ່ອນໜ້ານັ້ນ.

        ຖະແຫຼງການຂອງທຳນຽບຂາວໃຫ້ຮູ້ວ່າ ອາເມລິກາ ພວມດຳເນີນບັນດາການເຈລະຈາທີ່ກ່ຽວຂ້ອງເຖິງການນຳເຂົ້າບັນດາຜະລິດຕະພັນຈາກໄມ້, ສະນັ້ນ, ທ່ານ Donald Trump ໄດ້ໂຈະການເພີ່ມພາສີເພື່ອ “ອະນຸຍາດໃຫ້ບັນດາການເຈລະຈາຕໍ່ໄປ ສືບຕໍ່ໄດ້ດຳເນີນກັບບັນດາປະເທດອື່ນ”. ພ້ອມກັນນັ້ນ, ຂໍ້ຕົກລົງນີ້ຂອງການນຳ ອາເມລິກາ ກໍ່ໄດ້ຍົກອອກມາໃນສະພາບທີ່ ການໃຊ້ຈ່າຍໃນການດຳລົງຊີວິດຂອງບັນດາຄອບຄົວຢູ່ ອາເມລິກາ ພວມຖືກເພີ່ມຂຶ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ