(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 21/04, ຢູ່ຮ່າໂນ້ຍ, ສູນຄົ້ນຄວ້າສິ່ງແວດລ້ອມ ແລະ ເຂດສຸມສົນ (CECR), ກົມໃຫຍ່ສິ່ງແວດລ້ອມ, ສະຖານທູດອາເມລິກາ ປະຈຳຫວຽດນາມ ໄດ້ຈັດເຫດການຕອບສະໜອງວັນໜ່ວຍໂລກປີ 2013 ດ້ວຍຫົວຂໍ້ວ່າ “ຢຸດການເຄື່ອນໄຫວກໍ່ມົນລະພິດແຫຼ່ງນ້ຳໂດຍທັນທີ”. ມີຜູ້ເຂົ້າຮ່ວມເຫດການນີ້ນັບຮ້ອຍຄົນ ຜ່ານບັນດາການເຄື່ອນໄຫວຄື ແລ່ນອ້ອມໜອງ ໃບເມົ້າ, ເຮັດອະນາໄມສິ່ງເວດລ້ອມ, ແຈກຢ່າຍໃບປິວໂຄສະນາການຮັກສາສິ່ງແວດລ້ອມ....
ກ່າວຄຳເຫັນເນື່ອງໃນໂອກາດວັນໜ່ວຍໂລກ, ທ່ານ ຮ່ວາງເຢືອງຕຸ່ງ, ຮອງຫົວໜ້າກົມໃຫຍ່ ກົມສິ່ງແວດລ້ອມ ເນັ້ນໜັກວ່າ ຈຸດພົ້ນເດັ່ນຂອງການຕອບສະໜອງວັນໜ່ວຍໂລກ ແມ່ນຈິດໃຈອາສາສະໝັກ, ເສີມຂະຫຍາຍຂໍ້ລິເລີ່ມ ແລະ ການເຂົ້າຮ່ວມຢ່າງຫຼວງຫຼາຍ ເພື່ອແນໃສ່ແກ້ໄຂບັນດາບັນຫາສິ່ງແວດລ້ອມຂອງທ້ອງຖິ່ນ. ຜ່ານບັນດາການເຄື່ອນໄຫວໃນມື້ນີ້, ຄະນະຈັດຕັ້ງປາດຖະໜາວ່າ ແຕ່ລະຄົນສາມາດເຂົ້າໃຈກ່ຽວກັບວັນໜ່ວຍໂລກກວ່າ, ນັ້ນແມ່ນເລີ່ມປົກປັກຮັກສາສິ່ງແວດລ້ອມຈາກບ່ອນອາໄສຂອງຕົນ.