ບັນ​ດາ​ປະ​ເທ​ດ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ​ລະ​ຫວ່າງ ອິດ​ສະ​ລາ​ແອັນ - ເຮັກ​ໂບ​ລາ

(VOVWORLD) - ບັນດາປະເທດ ອາຣັບ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ຂະບວນການ ເຮັກໂບລາ ຢູ່ລີບັງ, ພ້ອມທັງຮຽກຮ້ອງເພີ່ມທະວີບັນດາຄວາມມານະພະຍາຍາມສາກົນ ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງຢູ່ ເຂດກາຊາ.
ບັນ​ດາ​ປະ​ເທ​ດ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ​ລະ​ຫວ່າງ ອິດ​ສະ​ລາ​ແອັນ - ເຮັກ​ໂບ​ລາ - ảnh 1ພາບປະກອບ: Reuters

ວັນທີ 27 ພະຈິກ, ບັນດາປະເທດ ອາຣັບ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ຂະບວນການ ເຮັກໂບລາ ຢູ່ລີບັງ, ພ້ອມທັງຮຽກຮ້ອງເພີ່ມທະວີບັນດາຄວາມມານະພະຍາຍາມສາກົນ ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງຢູ່ ເຂດກາຊາ. ຖະແຫຼງການຂອງກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ ໃຫ້ຮູ້ວ່າ  ປະເທດນີ້ຫວັງວ່າຂໍ້ຕົກລົງຈະພາໄປເຖິງການປະຕິບັດມະຕິເລກທີ 1701 ຂອງສະພາຄວາມໝັ້ນຄົງ ສປຊ, ປົກປ້ອງອະທິປະໄຕ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງລີຍັງ ແລະ ນຳຜູ້ອົບພະຍົບລີ້ໄພກັບເມືອບ້ານເກີດຢ່າງປອດໄພ. ສ່ວນ ຈໍແດນ ຖືວ່າ ຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ເຮັກໂບລາ ຈະຊຸກຍູ້ບັນດາຄວາມມານະພະຍາຍາມສາກົນ ເພື່ອແນໃສ່ຢຸດຕິການປະທະກັນຢູ່ເຂດກາຊາ. ເອຢິບ, ອີຣັກ, ສະຫະລັດ ອາຣັບ ເອມີເລດ (UAE), ອີຣານ ກໍ່ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງຢຸດຍິງ ແລະ ສະແດງຄວາມຫວັງຂໍ້ຕົກລົງນີ້ຈະພາໄປເຖິງການຢຸດຕິການກະທຳປໍລະປັກຢ່າງສິ້ນເຊິງ.

ພິເສດ, ຂະບວນການຮາມາດຢູ່ ເຂດກາຊາ ແລະ ຂະບວນການ Houthi ຢູ່ເຢແມນ ໂດຍແມ່ນສອງກຳລັງພວມມີການສູ້ຢັນກັນກັບກອງທັບ ອິດສະລາແອັນ ກໍ່ສະແດງການສະໜັບສະໜູນຕໍ່ຂໍ້ຕົກລົງຢຸດຍິງເພື່ອແນໃສ່ຢຸດຕິການປະທະກັນຢູ່ ລີບັງ.

ຕອບກັບ

ຂ່າວ/ບົດ​ອື່ນ