ບັນດາປະເທດ ອາຣັບ ແລະ ອິດສະລາມ ສົງໄສ ອິດສະຣາແອັນ ເນລະເທດຊາວ ປາແລັດສະຕິນ ອອກຈາກເຂດ ກາຊາ ຜ່ານດ່ານຊາຍແດນ Rafah

(VOVWORLD) - ຖະແຫຼງການດັ່ງກ່າວໄດ້ປະກາດໃນ 2 ວັນ, ພາຍຫຼັງທີ່ ອິດສະຣາແອັນ ແຈ້ງວ່າ ຈະເປີດປະຕູສົ້ນດຽວຂອງດ່ານຊາຍແດນ Rafah, ເພື່ອໃຫ້ຊາວ ປາແລັດສະຕິນ ຍົກຍ້າຍໄປດິນແດນ ອີຢິບ.
ບັນດາປະເທດ ອາຣັບ ແລະ ອິດສະລາມ ສົງໄສ ອິດສະຣາແອັນ ເນລະເທດຊາວ ປາແລັດສະຕິນ ອອກຈາກເຂດ ກາຊາ ຜ່ານດ່ານຊາຍແດນ Rafah - ảnh 1(ພາບປະກອບ: REUTERS/Tingshu Wang)

ບັນດານັກການທູດແຖວໜ້າຂອງ 8 ປະເທດ ອາຣັບ ແລະ ອິດສະລາມ ຖືວ່າ ເລື່ອງ ອິດສະຣາແອັນ ຖະແຫຼງພຽງລຳພັງຝ່າຍດຽວເລື່ອງເປີດປະຕູດ່ານຊາຍແດນ Rafah ເຊື່ອມຕໍ່ເຂດ ກາຊາ ກັບແຫຼມ Shinai ຂອງ ອີຢິບ ຄືນໃໝ່ ແມ່ນເພື່ອແນໃສ່ເນລະເທດຊາວ ປາແລັດສະຕິນ ໃຫ້ອອກຈາກເຂດດິນແດນນີ້.

ໃນຖະແຫຼງການຮ່ວມທີ່ປະກາດໃນວັນທີ 05 ທັນວາ, ລັດຖະມົນຕີການຕ່າງປະເທດຂອງ 8 ປະເທດ ອາຣັບ ແລະ ອິດສະລາມ, ລວມມີ: ອີຢິບ, ກາຕາ, ຕວັກກີ, ຊະອຸດີ ອາຣະເບຍ, UAE, ຈໍແດນ, ອິນໂດເນເຊຍ ແລະ ປາກິດສະຖານ ໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອິດສະຣາແອັນ ແຈ້ງເປີດການໄປມາສົ້ນດຽວຂອງດ່ານຊາຍແດນ Rafah ວ່າຈະແມ່ນເພື່ອເນລະເທດປະຊາຊົນ ປາແລັດສະຕິນ ໃຫ້ອອກຈາກເຂດ ກາຊາ. ຖະແຫຼງການດັ່ງກ່າວໄດ້ປະກາດໃນ 2 ວັນ, ພາຍຫຼັງທີ່ ອິດສະຣາແອັນ ແຈ້ງວ່າ ຈະເປີດປະຕູສົ້ນດຽວຂອງດ່ານຊາຍແດນ Rafah, ເພື່ອໃຫ້ຊາວ ປາແລັດສະຕິນ ຍົກຍ້າຍໄປດິນແດນ ອີຢິບ. ເຖິງຢ່າງໃດກໍ່ຕາມ, ວັນທີ 04 ທັນວາ, ອີຢິບ ປະຕິເສດຂໍ້ມູນທີ່ວ່າ ປະເທດນີ້ໄດ້ສົມທົບກັບ ອິດສະຣາແອັນ ດຳເນີນການເຄື່ອນໄຫວຂອງດ່ານຊາຍແດນ Rafah ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ