ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ອອກຖະແຫຼງການຮ່ວມກ່ຽວກັບສະພາບການຢູ່ ຕາເວັນອອກກາງ

(VOVWORLD) - ວັນທີ 04 ມີນາ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ອອກຖະແຫຼງການຮ່ວມສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການປະທະກັນຢູ່ ຕາເວັນອອກາງ ທີ່ພວມເຄັ່ງຕຶງຂຶ້ນ.

        ຖະແຫຼງການຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ສະແດງຄວາມເສຍດາຍກ່ຽວກັບບັນດາການຜັນແປໃນປະຈຸບັນ ໃນສະພາບການທີ່ຄວາມມານະພະຍາຍາມທາງການທູດພວມດຳເນີນໄປ. ອາຊຽນ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຢຸດຕິບັນດາການກະທຳທີ່ເປັນປໍລະປັກໃນທັນທີ, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈຢ່າງສຸດຂີດ, ຫຼີກລ່ຽງທຸກການກະທຳທີ່ອາດຈະເຮັດໃຫ້ສະພາບການຮ້າຍແຮງຂຶ້ນຕື່ມ ແລະ ແກ້ໄຂບັນດາຄວາມແຕກໂຕນກັນຜ່ານທາງການທູດ ແລະ ການເຈລະຈາ ເພື່ອຜົນປະໂຫຍດຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ.

        ອາຊຽນ ກໍ່ຢືນຢັນຄືນພັນທະຂອງທຸກປະເທດໃນການແກ້ໄຂບັນດາຄວາມແຕກໂຕນກັນດ້ວຍສັນຕິວິທີ ແລະ ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງທຸກໆປະເທດ, ສອດຄ່ອງກັບກົດໝາຍສາກົນ.

        ອາຊຽນ ກໍ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາລວມ ໃນການສະໜອງການໜູນຊ່ວຍໂດຍດ່ວນໃຫ້ແກ່ພົນລະເມືອງ ອາຊຽນ, ພິເສດແມ່ນໃນຈຸດເວລານີ້.

ຕອບກັບ

ຂ່າວ/ບົດ​ອື່ນ