ບັນດາແຂວງແຄມຝັ່ງທະເລພາກກາງຄວນເພີ່ມທະວີການຮ່ວມສຳພັນເພື່ອພັດທະນາ

ບັນດາແຂວງແຄມຝັ່ງທະເລພາກກາງຄວນເພີ່ມທະວີການຮ່ວມສຳພັນເພື່ອພັດທະນາ - ảnh 1
ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ກ່າວ​ຄວາມ​ເຫັນ​ຊີ້​ນຳ​ກອງ​ປະຊຸມ
(ພາບ: google.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 30/4, ນະຄອນ​ດ່າ​ນັ້ງ ​ໄດ້​ຈັດ​ກອງ​ປະຊຸ​ມສະຫຼຸບ 1 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຮ່ວມ​ສຳພັນ​ເພື່ອ​ພັດທະນາ​ບັນດາ​ແຂວງ​ແຄມ​ຝັ່ງ​ທະ​ເລ​ພາກ​ກາງ. ກ່າວ​ຄວາມ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ສະ​ເໜີ​ໃຫ້​ບັນດາ​ແຂວງ​ແຄມ​ຝັ່ງ​ທະ​ເລ​ພາກ​ກາງ ຄວນ​ມີ​ຄວາມ​ຂະຫຍັນ​ຂັນ​ເຂື່ອນ​ໃນ​ການ​ຮ່ວມ​ສຳພັນ, ພ້ອມ​ທັງ​ເປັນ​ເຈົ້າ​ການ​ກວ່າ​ອີກ​ໃນ​ການສະ​ແຫວ​ງຫາ​ແຫຼ່ງສິນ​ເຊື່ອ​ລົງທຶນ​ກໍ່ສ້າງ​ໂຄງ​ລ່າງ​ພັດທະນາ​ເສດຖະກິດ​ສັງຄົມ

”ດ້ານ​ໜຶ່ງ​ພວກ​ເຮົາ​ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ການ​ພັດທະນາ​ການ​ທ່ອງ​ທ່ຽວ, ຖື​ວ່າ​ນີ້​ແມ່ນ​ປ່າຍ​ແຫຼມ, ​ແມ່ນຈຸດ​ພິ​ເສດ​ດ້ານ​ເງື່ອນ​ໄຂ​ທຳ​ມະ​ຊາດ, ວັດທະນະທຳ​ຂອງ​ເຂດ​ນີ້, ​ແຕ່​ຕ້ອງ​ຄິດ​ໄລ່​​​ເຖິງແຕ່ລະ​ທ້ອງ​ຖີ່​ນ, ພິ​ເສດ​ແມ່ນ​ບັນດາ​ແຂວງ​ນະຄອນ​ໃຫຍ່. ທີ​ສອງ​ແມ່ນ​ຕ້ອງ​ຄິດ​ໄລ່​ເຖິງ​ບັນດາ​ແຫຼ່ງກຳລັງ​ອື່ນໆ, ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ ​​ໂດຍຜ່ານ​ແຫຼ່ງທຶນ ODA, ຕ້ອງການ​ອັນ​ໃດ​ຕ້ອງ​​ເຮັດ​ອັນ​ນັ້ນ​​ໃຫ້​ສຳ​ເລັດ ​ແລະ ​ມີ​ປະສິດທິ​ຜົນ”

 

ຂ່າວ/ບົດ​ອື່ນ