ບຸນເຕັດຢູ່ ຝລັ່ງ: ເຄື່ອງໝາຍການຄ້າ ຫວຽດນາມ ຢືນຢັນທີ່ຕັ້ງຢູ່ລະບົບຮ້ານສັບພະສິນຄ້າ Carrefour

(VOVWORLD) -  ວັນທີ 10 ກຸມພາ, ຫ້ອງການການຄ້າ ຫວຽດນາມ ປະຈຳ ຝລັ່ງ ໄດ້ສົມທົບກັບບັນດາຄູ່ຮ່ວມມືຍຸດທະສາດ T&T Foods ຈັດລາຍການ “ສັບປະດາບຸນເຕັດປີມະເມຍ ຫວຽດນາມ” ຢູ່ລະບົບຮ້ານສັບພະສິນຄ້າ Carrefour.
ບຸນເຕັດຢູ່ ຝລັ່ງ: ເຄື່ອງໝາຍການຄ້າ ຫວຽດນາມ ຢືນຢັນທີ່ຕັ້ງຢູ່ລະບົບຮ້ານສັບພະສິນຄ້າ Carrefour - ảnh 1(ທ່ານ ຫວູແອັງເຊີນ, ທີ່ປຶກສາຝ່າຍການຄ້າ, ຫົວໜ້າຫ້ອງການການຄ້າ ຫວຽດນາມ ປະຈຳ ຝລັ່ງ)

        ເຫດການບໍ່ພຽງແຕ່ວາດພາບຄືນບັນຍາກາດປີໃໝ່ປະຈຳຊາດ (ບຸນເຕັດ) ຂອງ ຫວຽດນາມ ຢູ່ປະເທດ ຝລັ່ງ ເທົ່ານັ້ນ, ຫາກຍັງສ້າງຂີດໝາຍສຳຄັນ ເມື່ອເປັນຄັ້ງທຳອິດທີ່ເຄື່ອງໝາຍການຄ້າ VIFON ໄດ້ວາງຂາຍສິນຄ້າຢູ່ຮ້ານສັບພະສິນຄ້ານີ້, ດ້ວຍບັນດາປະເພດສິນຄ້າ, ຄື: ເຝີສຳເລັດຮູບ, ເຂົ້າປຸ້ນ, ຮູຕຽວ… ຕອບສະໜອງໄດ້ບັນດາມາດຕະການດ້ານຄຸນນະພາບຂອງຕະຫຼາດ ເອີລົບ ຢ່າງຄົບຖ້ວນ.

        ທ່ານ ຫວູແອັງເຊີນ, ທີ່ປຶກສາຝ່າຍການຄ້າ, ຫົວໜ້າຫ້ອງການການຄ້າ ຫວຽດນາມ ປະຈຳ ຝລັ່ງ, ເນັ້ນໜັກວ່າ:

        “ການມີໜ້າຂອງ VIFON ອີກຄັ້ງໜຶ່ງໄດ້ຢືນຢັນຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງເຄື່ອງໝາຍການຄ້າ ຫວຽດນາມ ຢູ່ ເອີລົບ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຍາມໃດກໍ່ຈະຢູ່ທີ່ນີ້, ມີຄວາມໃກ້ຊິດຕິດແທດຕະຫຼາດ, ພ້ອມແລ້ວຈະຮ່ວມເດີນທາງເພື່ອນຳວິສາຫະກິດ ຫວຽດນາມ ບໍ່ພຽງແຕ່ອອກສູ່ໂລກເທົ່ານັ້ນ, ຫາກຍັງມີຄວາມໝັ້ນຄົງໃນສັງກາດໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ