ທ່ານນາຍົກລັດຖະມົນຕີ Ireland Enda Kenny
(ພາບ: Reuters)
(vovworld) - ຜົນແຫ່ງການນັດບັດສຸດທ້າຍທີ່ປະກາດໃນວັນທີ 3/3 ໃຫ້ເຫັນວ່າ, ພັນທະມິດກຳອຳນາດທີ່ໃກ້ຈະໝົດອາຍຸການຂອງນາຍົກລັດຖະມົນຕີ Ireland Enda Kenny ເຖິງວ່າໄດ້ນຳໜ້າໃນການເລືອກຕັ້ງຂອງປະເທດນີ້ແລ້ວກໍ່ຕາມ, ແຕ່ບໍ່ຍາດໄດ້ທີ່ນັ່ງສ່ວນຫຼາຍໃນສະພາແຫ່ງຊາດຊຸດໃໝ່. ຕາມໝາກຜົນດັ່ງກ່າວ, ພັກ Fine Gael ຍາດໄດ້ 50/158 ທີ່ນັ່ງໃນສະພາແຫ່ງຊາດ, ຖັດຈາກພັກນີ້ແມ່ນພັກ Fianna Fdil ດ້ວຍ 44 ທີ່ນັ່ງ, ຢືນອັນດັບ 3 ແມ່ນພັກ Sinn Fein ດ້ວຍ 23 ທີ່ນັ່ງ. ຕາມຂໍ້ກຳນົດແລ້ວ, ພັກການເມືອງໃດກໍ່ສາມາດສ້າງຕັ້ງລັດຖະບານເອງຢູ່ Ireland, ແຕ່ຕ້ອງຍາດໄດ້ຢ່າງໜ້ອຍສຸດແມ່ນ 80 ທີ່ນັ່ງໃນສະພາແຫ່ງຊາດ.