ບຳລຸງສ້າງວິຊາການ ໃຫ້ພະນັກງານພັກ ປຊຊ ປະຕິວັດລາວ ວັນສຸກ ທີ 16 ສິງຫາ ຄ.ສ. 2013 | 16:18:09 (ພາບປະກອບ) (vovworld)- ໂດຍປະຕິບັດແຜນການຮ່ວມມືກັບສະຖາບັນການເມືອງ ການປົກຄອງແຫ່ງຊາດລາວ, ຕອນເຊົ້າວັນທີ 16/8, ຢູ່ຮ່າໂນ້ຍ, ສະຖາບັນການເມືອງ ການປົກຄອງແຫ່ງຊາດໂຮ່ຈິມິນ ໄດ້ໄຂຊຸດບຳລຸງສ້າງວິຊາການວຽກງານຈັດຕັ້ງໃຫ້ແກ່ພະນັກງານຂອງພັກ ປຊຊ ປະຕິວັດລາວ. ບັນດານັກສຳມະນາກອນຈະໄດ້ຄົ້ນຄ້ວາກ່ຽວກັບບັນດາບັນຫາອັນເປັນພື້ນຖານທີ່ສຸດຂອງທິດສະດີມາກເລນິນ, ແນວຄິດໂຮ່ຈິມິນ; ທັດສະນະ, ແນວທາງຂອງພັກກອມມູນິດຫວຽດນາມ ກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແລະ ບັນດາບົນຮຽນນຳພາຂອງພັກກອມມູນິດຫວຽດນາມ ໃນບັນດາຂົງເຂດເສດຖະກິດ, ສັງຄົມ, ກໍ່ສ້າງພັກ ແລະ ວຽກງານຈັດຕັ້ງພັກ. ບັນດານັກສຳມະນາກອນລາວ ໄດ້ຮັບການເພີ່ມເຕີມ, ອັບເດດບັນດາຄວາມຮູ້ໃໝ່ກ່ຽວກັບດ້ານທິດສະດີ, ວິຊາການວຽກງານກວດກາພັກ ເພື່ອແນໃສ່ປະກອບສ່ວນຍົກສູງຄວາມຮັບຮູ້ ແລະ ຄວາມສາມາດເຄື່ອນໄຫວຕົວຈິງ, ຝຶກຝົນຫຼໍ່ຫຼອມແບບແຜນຂອງຜູ້ນຳພາ ຄຸ້ມຄອງໃນຂະແໜງຈັດຕັ້ງພັກ, ຕອບສະໜອງຄວາມຮຽກຮ້ອງໃນໄລຍະປະຕິວັດໃໝ່. Tag ຈັດຕັ້ງພັກ ຂ່າວ/ບົດອື່ນ ປະທານປະເທດ ຫວຽດນາມ ໂຕເລິມ ລົງພົບປະກັບຜູ້ມີສິດເລືອກຕັ້ງແຂວງ ຮຶງອຽນ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢ້ຽມຢາມ ແລະ ເຮັດວຽກກັບທະຫານເຂດ 9 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won – shik ສປປ. ເກົາຫລີ ຍິງທົດລອງລູກສອນໄຟນຳວິຖີຍຸດທະວິທີໃຫມ່
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won – shik
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ
ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ພາກເໜືອລາວ ກັບເມືອ ຫວຽດນາມ
ສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 ຢູ່ລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ