ປຸກລະດົມການແຂ່ງຂັນຍາດເອົາລາງວັນນະຄອນອັດສະລິຍະ ຫວຽດນາມ 2020
(VOVWORLD) -ນະຄອນອັດສະລິຍະແມ່ນໜຶ່ງໃນບັນດາແບບວິທີດີທີ່ສຸດເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ມຸ່ງໄປສູ່ເປົ້າໝາຍສ້າງນະຄອນຂຽວສະອາດກວ່າ, ທັນສະໄໝກວ່າ, ປອດໄພກວ່າ, ມີປະໂຫຍດກວ່າ ແລະ ສວຍງາມກວ່າ.
ກອງປະຊຸມຂ່າວປຸກລະດົມການແຂ່ງຂັນຍາດເອົາລາງວັນນະຄອນອັດສະລິຍະ ຫວຽດນາມ 2020 (ພາບ: vtv.vn) |
ວັນທີ 7 ກັນຍາ, ສະຫະສະມາຄົມຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ໄດ້ປຸກລະດົມການແຂ່ງຂັນຍາດເອົາລາງວັນນະຄອນອັດສະລິຍະ ຫວຽດນາມ 2020 ຜ່ານທາງອອນລາຍ, ປະກອບສ່ວນຍູ້ໄວການກໍ່ສ້າງ, ພັດທະນານະຄອນອັດສະລິຍະແບບຍືນຍົງຢູ່ຫວຽດນາມໃນວິວັດແຫ່ງການຫັນເປັນດີຈີຕອນແຫ່ງຊາດ. ການແຂ່ງຂັນດັ່ງກ່າວ ຈະສ້າງກຳລັງໜູນຊຸກຍູ້ການປະດິດຄິດສ້າງເຕັກໂນໂລຢີໄປພ້ອມໆກັບການປະດິດຄິດສ້າງກ່ຽວກັບກົນໄກ, ນະໂຍບາຍ. ທ່ານ ເຈືອງຢາບິ່ງ, ປະທານສະຫະສະມາຄົມ ຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ ແບ່ງປັນວ່າ: ນະຄອນອັດສະລິຍະແມ່ນໜຶ່ງໃນບັນດາແບບວິທີດີທີ່ສຸດເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ມຸ່ງໄປສູ່ເປົ້າໝາຍສ້າງນະຄອນຂຽວສະອາດກວ່າ, ທັນສະໄໝກວ່າ, ປອດໄພກວ່າ, ມີປະໂຫຍດກວ່າ ແລະ ສວຍງາມກວ່າ.