ການນຳແຂວງ ບັກຢາງ ເຂົ້າຮ່ວມງານບຸນປູກຕົ້ນໄມ້
ພາບ:baobacgiang.com
|
(vovworld)- ປີ 2013 ແຂວງ ບັກຢາງ ໄດ້ຮັບເລືອກເຟັ້ນແມ່ນທ້ອງຖິ່ນແບບຢ່າງຂອງທົ່ວປະເທດ ຈັດຕັ້ງພິທີປຸກລະດົມຂະບວນການ“ບຸນປີໃຫມ່ປູກຕົ້ນໄມ້ ປີ 2013”, ໃນນັ້ນ ເມືອງ ອຽນເທ ແມ່ນສະຖານທີ່ດຳເນີນພິທີປຸກລະດົມດັ່ງກ່າວ. ທີ່ຂະບວນການບຸນປີໃຫມ່ປູກຕົ້ນໄມ້ 2013 ນີ້, ແຂວງ ບັກຢາງ ຈະປູກຕົ້ນໄມ້ຫລາຍຊະນິດລວມມີ 400 ຕົ້ນ. ຂະບວນການປູກຕົ້ນໄມ້ດັ່ງກ່າວ ເພື່ອຍູ້ແຮງການເຄື່ອນໄຫວໂຄສະນາກ່ຽວກັບຄວາມໝາຍ, ບົດບາດຂອງບຸນເຕັດປູກຕົ້ນໄມ້, ຜ່ານນັ້ນ ຍົກສູງສະຕິຄວາມຮັບຮູ້ໃຫ້ແກ່ພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ການຕອບສະຫນອງ ແລະ ເຂົ້າຮ່ວມຂະບວນການຢ່າງຕັ້ງຫນ້າຂອງປະຊາຊົນທຸກຊັ້ນວັນນະຢູ່ໃນບໍລິເວນແຂວງ ບັກຢາງ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມສຳລັບ ບຸນເຕັດປູກຕົ້ນໄມ້.