(VOVWORLD) - ຄາດວ່າ, ທີ່ກອງປະຊຸມເທື່ອທີ 1 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ລັດຖະບານຈະຍື່ນສະເໜີຮ່າງກົດໝາຍ 09 ສະບັບ ແລະ ມະຕິ 01 ສະບັບ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ກ່າວຄຳເຫັນທີ່ກອງປະຊຸມ) |
ຕອນເຊົ້າວັນທີ 19 ມີນາ, ຢູ່ ຮ່າໂນ້ຍ, ກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດວາລະປິດກອງປະຊຸມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ສະເໜີໃຫ້ອົງການທີ່ກ່ຽວຂ້ອງກະກຽມບັນດາເນື້ອໃນ ແລະ ເງື່ອນໄຂທີ່ຈຳເປັນ, ຮັບປະກັນໃຫ້ກອງປະຊຸມຄັ້ງທີ 1, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ໄດ້ຈັດຂຶ້ນຢ່າງມີວິທະຍາສາດ, ມີປະສິດທິຜົນ.
“ສືບຕໍ່ສຸມຈິດສຸມໃຈເປັນຢ່າງສູງ, ກະກຽມເນື້ອໃນ, ແຕ່ລະຂອດຢ່າງລະອຽດລະອໍທີ່ສຸດ, ຮັບປະກັນໃຫ້ທຸກວຽກງານໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ຄົບຊຸດ ແລະ ຖືກຕາມຄວາມຄືບໜ້າ. ກ່ອນອື່ນໝົດ, ຕ້ອງກະກຽມດ້ານເນື້ອໃນບຸກຄະລາກອນຢ່າງລະອຽດລະອໍ. ທີ 2, ຕ້ອງສ້າງສຳເລັດ, ຮັບເອົາຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ ແລະ ສົ່ງເອກະສານທາງການຂອງບັນດາຮ່າງກົດໝາຍ, ມະຕິໃຫ້ສະມາຊິກສະພາແຫ່ງຊາດຜູ້ທີ່ໄດ້ຮັບເລືອກຕັ້ງໂດຍໄວ”.
ຄາດວ່າ, ທີ່ກອງປະຊຸມເທື່ອທີ 1 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ລັດຖະບານຈະຍື່ນສະເໜີຮ່າງກົດໝາຍ 09 ສະບັບ ແລະ ມະຕິ 01 ສະບັບ.