ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

(VOVWORLD) - ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ສິ້ນສຸດລົງໃນຕອນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວເວລາຕາມຂໍ້ກຳນົດແຕ່ບໍ່ເກີນ 21 ໂມງ.
ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ - ảnh 1ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ສະໜອງຂໍ້ມູນໃຫ້ແກ່ສື່ມວນຊົນ

ຕາມຂໍ້ມູນຈາກສະພາເລືອກຕັ້ງແຫ່ງຊາດ, ໄລ່ຮອດເວລາ 16 ໂມງຂອງວັນທີ 15 ມີນາ, ຍອດຈຳນວນຜູ້ມີສິດເລືອກຕັ້ງທັງໝົດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ແມ່ນກວ່າ 71,3 ລ້ານຄົນ (ບັນລຸລະດັບ 93%). ໃນນັ້ນມີ 5/34 ແຂວງ, ນະຄອນມີອັດຕາຜູ້ມີສິດເລືອກຕັ້ງບັນລຸເກືອບ 100%, ລວມມີ: ຕວຽນກວາງ, ລາວກາຍ, ລ້າງເຊີນ, ດຽນບຽນ, ລາຍເຈົາ.

ກໍ່ໄລ່ຮອດເວລາ 16 ໂມງຂອງວັນທີ 15 ມີນາ, ມີ ກວ່າ 5.200 ຂ່າວ, ບົດໄດ້ເອົາລົງບັນດາໜັງສືພິມ, ວາລະສານ, ຖານຂໍ້ມູນ, ສື່ເອເລັກໂຕນິກພາຍໃນປະເທດ ກ່ຽວກັບການເລືອກຕັ້ງ. ມີຫຼາຍອົງການສື່ມວນຊົນສາກົນກໍ່ມີຄວາມເອົາໃຈໃສ່ລົງຂ່າວກ່ຽວກັບວັນເລືອຕກັ້ງຂອງ ຫວຽດນາມຄື: Reuters (ອັງກິດ), Bloomberg (ອາເມລິກາ), AP News (ອາເມລິກາ), ABC News (ອົດສະຕາລີ)…

ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ສິ້ນສຸດລົງໃນຕອນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວເວລາຕາມຂໍ້ກຳນົດແຕ່ບໍ່ເກີນ 21 ໂມງ.

ຕອບກັບ

ຂ່າວ/ບົດ​ອື່ນ