(VOVWORLD) - ໃນເວລາ 7 ໂມງເຊົ້າຂອງວັນທີ 15 ມີນາ, ຜູ້ມີສິດເລືອກຕັ້ງກວ່າ 78 ລ້ານຄົນໃນທົ່ວປະເທດ ຫວຽດນາມ ໄດ້ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ຢູ່ສະຖານທີ່ປ່ອນບັດເລືອກຕັ້ງໃນທົ່ວປະເທດກວ່າ 72.000 ແຫ່ງ.
ທ່ານເລຂາທິການໃຫຍ່ໂຕເລິມ ພ້ອມກັບບັນດາການນຳພັກ, ລັດ ເຂົ້າຮ່ວມການເລືອກຕັ້ງຢູ່ຮ່າໂນ້ຍ (ພາບ: VOV) |
ພາຍຫຼັງພິທີເຄົາລົບທຸງຊາດຢູ່ບັນດາສະຖານທີ່ເລືອກຕັ້ງແມ່ນພິທີອ່ານບົດກ່າວຄຳເຫັນໄຂ, ປະກາດທຳນຽບການເລືອກຕັ້ງ ແລະ ຂໍ້ກຳນົດຫ້ອງປ່ອນບັດ, ວຽກງານກວດກາຕູ້ປ່ອນບັດ ຕໍ່ໜ້າການເຫັນປະຈັກຕາຂອງຜູ້ມີສິດເລືອກຕັ້ງຕາມຂໍ້ກຳນົດ.
ໂດຍເຊື່ອມຕົວເຂົ້າກັບບັນຍາກາດເລືອກຕັ້ງທົ່ວປະເທດ, ຕອນເຊົ້າວັນທີ 15 ມີນາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະບໍລິຫານງານສູນກາງພັກ ພ້ອມກັບບັນດາຜູ້ມີສິດເລືອກຕັ້ງໃນບໍລິເວນພັກອາໄສ ໄດ້ປະຕິບັດສິດທິພົນລະເມືອງຢູ່ສະຖານທີ່ເລືອກຕັ້ງເລກ 2, ຫົວໜ່ວຍເລືອກຕັ້ງເລກທີ 1 ຕາແສງ ບາດິ່ງ, ນະຄອນຮ່າໂນ້ຍ. ພາຍຫຼັງການເລືອກຕັ້ງ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ:
ການເລືອກຕັ້ງຄັ້ງນີ້ ໄດ້ດຳເນີນໃນໂອກາດພວກເຮົາຫາກໍ່ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກສຳເລັດ. ທຸກແຜນນະໂຍບາຍ, ນະໂຍບາຍ, ການກຳນົດທິດ, ທິດທາງພັດທະນາປະເທດຊາດຂອງພວກເຮົາໃນອາຍຸການນີ້, ກໍ່ຄືວິໄສທັດຂອງບັນດາຍຸກສະໄໝອະນາຄົດ ໄດ້ຮັບການແນະນຳ, ໂຄສະນາ ແລະ ປະຊາຊົນ, ພະນັກງານ, ສະມາຊິກພັກ ສະໜັບສະໜູນທີ່ສຸດ. ດັ່ງນັ້ນ, ການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນຄັ້ງນີ້ ໄດ້ດຳເນີນພາຍຫຼັງໄດ້ຮັບການເຊື່ອມຊືມບັນດາບັນຫາພື້ນຖານທີ່ສຸດຂອງແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ແລະ ທຸກຂັ້ນ, ບັນດາທ້ອງຖິ່ນ, ໂດຍປະຊາຊົນສະໜັບສະໜູນທີ່ສຸດ, ຖືນີ້ແມ່ນວັນບຸນໃຫຍ່ຂອງປະເທດຊາດເພື່ອສະແດງສິດເສລີ, ສິດເປັນເຈົ້າຂອງຕົນຢ່າງໂດຍກົງ, ເພື່ອຄັດເລືອກຜູ້ຄົນທີ່ມີອິດທິພົນຊື່ສຽງ, ໄດ້ຮັບການໄວ້ວາງໃຈ, ແບກຫາບບັນດາວຽກງານລວມຂອງປະເທດຊາດ ກໍ່ຄືບັນດາທ້ອງຖິ່ນ.
ທ່ານປະທານປະເທດ ເລືອງເກືອງ ແລະ ບັນດາຜູ້ແທນປະຕິບັດພິທີເຄົາລົບທຸກຢູ່ພິທີໄຂການເລືອກຕັ້ງຢູ່ສະຖານທີ່ປ່ອນບັດຢູ່ກະຊວງປ້ອງກັນປະເທດ (ພາບ: VOV) |
ກໍໃນຕອນເຊົ້າວັນດຽວກັນ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມການປ່ອນບັດຢູ່ເຂດປ່ອນບັດເລກທີ 26, ຕາແສງ ຮວ່ານກຽມ, ນະຄອນ ຮ່າໂນ້ຍ; ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມການປ່ອນບັດຢູ່ເຂດປ່ອນບັດເລກທີ 21 ຕາແສງ ໄຕໂຮ່, ນະຄອນ ຮ່າໂນ້ຍ; ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ປ່ອນບັດຢູ່ເຂດປ່ອນບັດເລກທີ 14 ນະຄອນ ໂຮ່ຈີມິນ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ປະທານສະພາເລືອກຕັ້ງແຫ່ງຊາດປະຕິບັດສິດກາເລືອກຕັ້ງຢູ່ນະຄອນ ໂຮ່ຈີມິນ(ພາບ: VOV) |
ຢູ່ນະຄອນ ໂຮ່ຈີມິນ ຜູ້ມີສິດເລືອກຕັ້ງ 9,7 ລ້ານຄົນໄດ້ເຂົ້າຮ່ວມການເລືອກຕັ້ງຢູ່ 13 ໜ່ວຍເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ 42 ຫົວໜ່ວຍເລືອກຕັ້ງສະພາປະຊາຊົນນະຄອນ. ຢູ່ເຂດປ່ອນບັດເລືອກຕັ້ງເລກທີ 53 ຢູ່ຕາແສງ ແທກໝິໄຕ, ທ່ານ ຫງວຽນວັນເຕົາ, ມີອາຍຸ 98 ປີແບ່ງປັນວ່າ:
ຂ້າພະເຈົ້າໄປປ່ອນບັດເລືອກຕັ້ງຄັ້ງທຳອິດໃນປີ 1946 ແລ້ວຮອດມືນີ້ຍັງໄດ້ໄປປ່ອນບັດເລືອກຕັ້ງ. 80 ປີຜ່ານມາ, ຂ້າພະເຈົ້າເຫັນວ່ານີ້ແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ ແລະ ໄດ້ຄິດເຖິງອ້າຍນ້ອງ, ຄິດເຖິງພໍ່ແມ່ປະຊາຊົນໄດ້ເສຍສະຫຼະຊີວິດເພື່ອໃຫ້ມື້ນີ້ທົ່ວປວງຊົນແຕ່ລະຄົນ ໄດ້ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ. ຄົນລຸ້ນພວກຂ້າພະເຈົ້າໄດ້ອຸທິດສ່ວນເລືອດເນື້ອຂອງຕົນເພື່ອແລກເອົາພື້ນຖານເອກະລາດ ດັ່ງນັ້ນປັດຈຸບັນ ພຽງແຕ່ຢາກຕັກເຕືອນຄົນລຸ້ນໜຸ່ມວ່າ ຕ້ອງອອກເຫື່ອເທແຮງຮ່ຳຮຽນ, ມີລະດັບຄວາມຮູ້ສູງກວ່າ.
ທີ່ຫົວໜ່າຍເລືອກຕັ້ງເລກ 2, ບ້ານໝີຮຽບ, ຕາແສງ ນິງເຟືອກ, ແຂວງ ແຄ້ງຮວ່າ ມີຜູ້ມີສິດເລືອກຕັ້ງ 3.236 ຄົນ, ໃນນັ້ນ ກວ່າ 98% ແມ່ນຊາວເຜົ່າຈຳ. ທ່ານນາງ ດັ່ງທິແທັງຮ່າ, ຊາວເຜົ່າຈຳແບ່ງປັນວ່າ:
ໝູ່ບ້ານ ໝິງຽບ ພວກຂ້າພະເຈົ້າແມ່ນໝູ່ບ້ານຕ່ຳແຜນທີ່ເປັນມູນເຊື້ອຂອງຊາວເຜົ່າຈຳ. ໃນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງຄັ້ງນີ້, ມີຄວາມເປັນກຽດເມື່ອເຫັນວ່າ ມີຜູ້ສະໝັກຮັບເລືອກຕັ້ງຍິງສອງຄົນທີ່ເປັນຊາວເຜົ່າຈຳ ເຂົ້າເປັນສະມາຊິກສະພາແຫ່ງຊາດ ແລະ ຜູ້ສະໝັກຮັບເລືອກຕັ້ງຍິງສອງຄົນເຂົ້າເປັນສະມາຊິກສະພາປະຊາຊົນແຂວງ.
ໃນຕອນເຊົ້າວັນທີ 15 ມີນາ, ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຂດປ່ອນບັດເລືອກຕັ້ງຢູ່ບັນດາໝູ່ເກາະຂອງເຂດພິເສດເຈື່ອງຊາ, ແຂວງແຄ້ງຮວ່າ ກໍ່ກະຕືລືລົ້ນໄປປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນ. ທ່ານ ພັນຕີ ເຈິ່ນຮູຍຝຸ້ງ, ຜູ້ຮັບຜິດຊອບການເມືອງ ຢູ່ເກາະເຈື່ອງຊາ ໃຫ້ຮູ້ວ່າ:
ໂດຍໄດ້ປະຕິບັດສິດພົນລະເມືອງພ້ອມກັບ ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ແມ່ນຄວາມເປັນກຽດ ແລະ ຄວາມເອກອ້າງທະນົງໃຈຍິ່ງໃຫຍ່ສຳລັບທະຫານ ແລະ ປະຊາຊົນໃນເກາະ ເຈື່ອງຊາ. ສິ່ງນີ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ຕໍ່ພັນນັກງານ, ນັກຮົບ ແລະ ປະຊາຊົນຢູ່ໝູ່ເກາະ, ພ້ອມທັງແຜ່ກະຈາຍພາບພົດອັນສັກສິດ ກ່ຽວກັບສິດ, ພັນທະພົນລະເມືອງຂອງທະຫານ, ປະຊາຊົນພວມປະຕິບັດງານຢູ່ໝູ່ເກາະ ເຈື່ອງຊາ ເຂົ້າຮ່ວມການເລືອກຕັ້ງ, ປະກອບສ່ວນຢັ້ງຢືນ ເຈື່ອງຊາ ຍາມໃດກໍ່ແມ່ນເລືອດເນື້ອອັນສັກສິດຂອງປະເທດຊາດ.
ກໍໃນຈຸດເວລາດຽວກັນ, ຢູ່ບັນດາສະຖານທີ່ປ່ອນບັດໃນທົ່ວປະເທດ, ຜູ້ມີສິດເລືອກຕັ້ງຈຳນວນຫຼວງຫຼາຍໄດ້ປະຕິບັດສິດ ແລະ ພັນທະຂອງຕົນ, ຄັດເລືອກເອົາບັນດາສະມາຊິກຕາງໜ້າໃຫ້ແກ່ສຽງເວົ້າຂອງາຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ.
“ມື້ນີ້, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ເພາະວ່າ ນີ້ແມ່ນຄັ້ງທຳອິດທີ່ໄດ້ໄປປ່ອນບັດປະຕິບັດສິດ ແລະ ພັນທະຂອງພົນລະເມືອງ. ຂ້າພະເຈົ້າປາດຖະໜາວ່າ ບຸກຄົນທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ ຈະເສີມຂະຫຍາຍກຳລັງຄວາມສາມາດ ແລະ ວາງອອກບັນດານະໂຍບາຍທີ່ຖືກຕ້ອງ ເພື່ອໃຫ້ປະເທດຊາດນັບມື້ນັບພັດທະນາ ແລະ ມີສະຖຽນລະພາບກວ່າອີກ”.
“ຄອບຄົວຂ້າພະເຈົ້າມີທັງໝົດ 4 ຄົນ ກໍຮູ້ສຶກຕື້ນຕັນໃຈມາແຕ່ເຊົ້າເພື່ອປ່ອນບັດ. ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດ. ຂ້າພະເຈົ້າເຊື່ອໝັ້ນວ່າ ຈະເລືອກໄດ້ບັນດາຜູ້ແທນທີ່ສົມກັບເປັນສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນສົກປີ 2026 – 2031.”
ທ່ານນາງ ຕ້າທິອຽນ, ຮອງຫົວໜ້າຫ້ອງວ່າການ ຜູ້ປະຈຳການຫ້ອງວ່າການສະພາເລືອກຕັ້ງທົ່ວປະເທດ |
ຕາມສະພາເລືອກຕັ້ງແຫ່ງຊາດແລ້ວ, ໄລ່ຮອດ 14 ໂມງ 15 ນາທີ ຂອງວັນທີ 15 ມີນາ, ໄລ່ລວມທົ່ວປະເທດ, ມີຜູ້ມີສິດເລືອກຕັ້ງເກືອບ 62 ລ້ານຄົນ ໄດ້ເຂົ້າຮ່ວມການປ່ອນບັດ, ບັນລຸກວ່າ 80,6%. ຕາມຂໍ້ກຳນົດ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຈະສິ້ນສຸດລົງໃນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວຕາມຂໍ້ກຳນົດ, ແຕ່ບໍ່ໃຫ້ກາຍ 21 ໂມງ.
ທ່ານນາງ ຕ້າທິອຽນ, ຮອງຫົວໜ້າຫ້ອງວ່າການ ຜູ້ປະຈຳການຫ້ອງວ່າການສະພາເລືອກຕັ້ງທົ່ວປະເທດ ໃຫ້ຮູ້ວ່າ:
“ມື້ນີ້ ວັນທີ 15 ມີນາ ແມ່ນວັນບຸນແຫ່ງຊາດຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງແທ້ຈິງ. ມີຫຼາຍຈຸດປ່ອນບັດຮັບຮູ້ວ່າ ຈຳນວນຜູ້ມີສິດເລືອກຕັ້ງມາປ່ອນບັດຢ່າງຄັບຄາໜາແໜ້ນແຕ່ຫົວທີ. ພິເສດ ແມ່ນມີການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນແບບຢ່າງຂອງຜູ້ມີສິດເລືອກຕັ້ງສູງອາຍຸຫຼາຍຄົນ ແລະ ບັນດາຜູ້ມີສິດເລືອກຕັ້ງໜຸ່ມທີ່ໄປປ່ອນບັດເປັນຄັ້ງທຳອິດ. ນີ້ແມ່ນບັນດາຮູບພາບທີ່ພົ້ນເດັ່ນຢູ່ບັນດາຈຸດເລືອກຕັ້ງ. ພວກຂ້າພະເຈົ້າຖືວ່າ ນີ້ແມ່ນປະກົດການທີ່ມີຊີວິດຊີວາ ແລະ ສັກສິດທີ່ສຸດ, ສະແດງໃຫ້ເຫັນຢ່າງຕໍ່ເນື່ອງໃນຊີວິດການເມືອງ, ຈາກລຸ້ນຕ່າງໆທີ່ມີການຕິດພັນຢ່າງຍາວນານກັບປະເທດຊາດຕະຫຼອດຮອດຄົນລຸ້ນໜຸ່ມ ຜູ້ທີ່ຈະສືບຕໍ່ສືບທອດ ພາລະກິດປັບປຸງ, ພັດທະນາລະບົບການເມືອງ”.
ເຂດປ່ອນບັດເລືອກຕັ້ງເລກທີ 14 ຢູ່ຕາແສງ ຮອກມົນ (ນະຄອນໂຮ່ຈີມິນ), ບັນດາຜູ້ມີສິດເລືອກຕັ້ງມໜ້າແຕ່ເຊົ້າເພື່ອເຂົ້າຮ່ວມພິທີໄຂ (ພາບ: VOV) |
ໃນການເລືອກຕັ້ງ, ຜູ້ມີສິດເລືອກຕັ້ງຈະເລືອກເອົາສະມາຊິກສະພາແຫ່ງຊາດຊຸດທີ XVI 500 ທ່ານ; ສະມາຊິກສະພາປະຊາຊົນຂັ້ນແຂວງ 2552 ທ່ານ; ສະມາຊິກສະພາປະຊາຊົນຂັ້ນຕາແສງ 72.611 ທ່ານ.