ປີທ່ອງທ່ຽວແຫ່ງຊາດ 2026 - ໂອກາດໂຄສະນາບັນດາຄຸນຄ່າວັດທະນະທຳ, ທຳມະຊາດ ແລະ ຄົນເຂດດິນແດນ ໄຕງວຽນ
(VOVWORLD) - ການຈັດປີທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ສ້າງກຳລັງກະຕຸ້ນໃຫ້ແກ່ຕະຫຼາດ, ເຊື່ອມຕໍ່ເຂດ, ປ່ຽນແປງໃໝ່ຜະລິດຕະພັນ, ຄຸນນະພາບ ແລະ ຍົກສູງເຄື່ອງໝາຍການຄ້າທ່ອງທ່ຽວແຫ່ງຊາດໃນທົ່ວໂລກ.
ທີ່ກອງປະຊຸມຖະແຫຼງຂ່າວສານກົນ
|
ຕອນບ່າຍວັນທີ 05 ມີນາ, ຢູ່ສູນກອງປະຊຸມສາກົນ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສານກົນ ສະໜອງຂໍ້ມູນກ່ຽວກັບປີທ່ອງທ່ຽວແຫ່ງຊາດ - ຢາລາຍ 2026.
ປີທ່ອງທ່ຽວແຫ່ງຊາດ - ຢາລາຍ 2026 ມີຫົວຂໍ້: ຢາລາຍ - ພູຜາໂອບກອດທະເລ (Gia Lai - Mountains embrace the sea), ແມ່ນເຫດການທີ່ມີຄວາມໝາຍສຳຄັນໃນການໂຄສະນາ, ແນະນຳພາບພົດຈຸດນັດພົບ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ; ເຊີດຊູຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງ ຢາລາຍ ແລະ ຫວຽດນາມ.
ຕາມທ່ານ ໂງເລວັນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ການຈັດປີທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ສ້າງກຳລັງກະຕຸ້ນໃຫ້ແກ່ຕະຫຼາດ, ເຊື່ອມຕໍ່ເຂດ, ປ່ຽນແປງໃໝ່ຜະລິດຕະພັນ, ຄຸນນະພາບ ແລະ ຍົກສູງເຄື່ອງໝາຍການຄ້າທ່ອງທ່ຽວແຫ່ງຊາດໃນທົ່ວໂລກ.
“ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວທ່ອງທ່ຽວສຳຄັນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ ຢາລາຍ ແນະນຳບັນດາຄຸນຄ່າວັດທະນະທຳທາງທຳມະຊາດ ແລະ ຄົນ ທີ່ເປັນເອກະລັກສະເພາະຂອງເຂດດິນແດນ ໄຕງວຽນ ກັບໂລກອີກດ້ວຍ. ຂ້າພະເຈົ້າເຊື່ອໝັ້ນວ່າ ການສົມທົບກັນຂອງສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຢາລາຍ, ຈິນຕະນາການພັດທະນາທີ່ຂະຫຍັນຂັນເຄື່ອນຂອງທ້ອງຖິ່ນ ແລະ ການຮ່ວມເດີນທາງຂອງຂະແໜງການທູດ ຈະສ້າງການແຜ່ກະຈາຍຢ່າງແຮງ ແລະ ນຳ ຢາລາຍ ກາຍເປັນຈຸດພົ້ນເດັ່ນຂອງການທ່ອງທ່ຽວ ຫວຽດນາມ ໃນຊຸມປີຈະມາເຖິງ”.
ພິທີໄຂປີທ່ອງທ່ຽວແຫ່ງຊາດ - ຢາລາຍ 2026 ຈະໄດ້ຈັດຂຶ້ນຢູ່ຕາແສງ ກຸຍເຍິນ ໃນເດືອນ ມີນາ ນີ້.