ປັບປຸງຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ
(ພາບປະກອບ)
(vovworld) - ທ່ານນາຍົກລັດຖະມົນຕີຫາກໍ່ເຊັນຂໍ້ຕົກລົງກ່ຽວກັບການປັບປຸງຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ. ຕາມນັ້ນແລ້ວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນຫົວໜ້າຄະນະຊີ້ນຳ. ຄະນະຊີ້ນຳປະຕິຮູບລະບຽບການບໍລິຫານຂອງລັດຖະບານແມ່ນອົງການຈັດຕັ້ງສົມທົບລະຫວ່າງຂະແໜງ, ມີບົດບາດໜ້າທີ່ຊ່ວຍນາຍົກລັດຖະມົນຕີຄົ້ນຄວ້າ, ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍການປະຕິບັດວຽກງານປະຕິຮູບບໍລິຫານຕາມໂຄງການ, ແຜນການປະຕິຮູບບໍລິຫານຂອງລັດຖະບານ. ໜ້າທີ່ຂອງຄະນະຊີ້ນຳແມ່ນຄົ້ນຄວ້າ, ສະເໜີບັນດາແຜນນະໂຍບາຍ, ນະໂຍບາຍ ແລະ ມາດຕະການແກ້ໄຂສຳຄັນເພື່ອຍູ້ແຮງວຽກງານປະຕິຮູບດ້ານບໍລິຫານຂອງລັດຖະບານ; ໃຫ້ຄຳເຫັນກ່ຽວກັບໂຄງການ, ແຜນການປະຕິຮູບດ້ານບໍລິຫານໄລຍະຍາວ ແລະ ໃນແຕ່ລະປີ ໂດຍກະຊວງພາຍໃນສະເໜີຕໍ່ລັດຖະບານ. ຄະນະຊີ້ນຳຊ່ວຍນາຍົກລັດຖະມົນຕີຊີ້ນຳ, ສົມທົບບັນດາກະຊວງ, ຂະແໜງການ ແລະ ທ່ອງຖິ່ນ ໃນການປະຕິບັດບັນດາໜ້າທີ່ປະຕິຮູບດ້ານບໍລິຫານ; ພິຈາລະນາເນື້ອໃນບັນດາແຜນຮ່າງ, ໂຄງການສຳຄັນກ່ຽວກັບການປະຕິຮູບດ້ານບໍລິຫານຂອງລັດຖະບານ, ບັນດາຮ່າງມະຕິ, ດຳລັດຂອງລັດຖະບານ, ຂໍ້ຕົກລົງ ແລະ ບັນດາເອກະສານຊີ້ນຳຂອງນາຍົກລັດຖະມົນຕີທີ່ມີເນື້ອໃນກ່ຽວຂ້ອງເຖິງການປະຕິຮູບດ້ານບໍລິຫານເປັນຕົ້ນຕໍ ກ່ອນທີ່ຈະຍື່ນສະເໜີຕໍ່ລັດຖະບານ, ນາຍົກລັດຖະມົນ ຕີພິຈາລະນາ ແລະ ຕົກລົງ.