ປັບປຸງ,ພັດທະນາການພົວພັນມິດຕະພາບຫວຽດນາມ-ບຸນກາຣີ
ການເຊັນສັນຍາລະຫວ່າງ 2 ອົງການ
(ພາບ: dangcongsan)
(vovworld) – ວັນທີ 24/5, ຢູ່ຮ່າໂນ້ຍ, ສະຖານທູດ ບຸນກາຣີ ປະຈຳ ຫວຽດນາມ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ (ຂຶ້ນກັບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ໄດ້ສະເຫຼີມສະຫຼອງວັນວັດທະນະທຳ, ການສຶກສາ ບຸນກາຣີ ແລະ ຕົວໜັງສື Slavo ຂອງ ບຸນກາຣີ. ທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນວັນຕ໋ວນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ ເນັ້ນໜັກວ່າ: ນີ້ແມ່ນໂອກາດເພື່ອໃຫ້ຊາວ ຫວຽດນາມ ທີ່ເຄີຍຮຳ່ຮຽນ, ປະຕິບັດງານຢູ່ ບຸນກາຣີ ໄດ້ພົບປະກັນ, ພ້ອມກັນແລກປ່ຽນ, ທົບທວນຄືນບັນດາອະນຸສອນກ່ຽວກັບບັນດາເພື່ອນມິດ, ຄູອາຈານທີ່ເຄີຍຊ່ວຍເຫຼືອ ແລະ ເອົາໃຈໃສ່ແນະນຳຄວາມຮູ້ ແລະ ບົດຮຽນປະກອບສ່ວນຮັບໃຊ້ໃຫ້ແກ່ປະເທດ ຫວຽດນາມ. ການເຄື່ອນໄຫວນີ້ກໍ່ປະກອບສ່ວນຮັດແໜ້ນການພົວພັນມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ - ບຸນກາຣີ. ເນື່ອງໃນໂອກາດນີ້, ທ່ານປະທານສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ ຫງວຽນວັນຕວນ ແລະ ປະທານສະມາຄົມມິດຕະພາບ ບຸນກາຣີ - ຫວຽດນາມ Simeon Dimchev ໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ ແລະ ສະມາຄົມມິດຕະພາບ ບຸນກາຣີ - ຫວຽດນາມ ໃນໄລຍະ 2016 – 2021. ຂໍ້ຕົກລົງນີ້ຈະປະກອບສ່ວນສືບຕໍ່ປັບປຸງ ແລະ ພັດທະນາການພົວພັນລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ບຸນກາຣີ.