ປະກາດວັນປົກປ້ອງສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກຫວຽດນາມ
(ປະກາດວັນປົກປ້ອງສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກຫວຽດນາມ)
(vovworld) – ຕອນຄ່ຳວັນທີ 12/03, ຢູ່ຮ່າໂນ້ຍ ໄດ້ຈັດພິທີປະກາດດວັນປົກປ້ອງສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກຫວຽດນາມ (15/03). ເຫດການນີ້ໂດຍກົມຄຸ້ມຄອງການແກ່ງແຍ່ງ, ກະຊວງອຸດສາຫະກຳການຄ້າ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ສະຖານີໂທລະພາບຫວຽດນາມ ສົມທົບກັນຈັດຕັ້ງ.
ກ່າວຄຳເຫັນທີ່ພິທີປະກາດ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ກະຊວງອຸດສາຫະກຳການຄ້າ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຄົ້ນຄວ້າ ແລະ ເປັນເອກະພາບກ່ຽວກັບຮູບແບບການຈັດຕັ້ງ, ຄຸ້ມຄອງປົກປ້ອງສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກໃນຂອບເຂດທົ່ວປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ.
“ການປົກປ້ອງສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກຫວຽດນາມ ແມ່ນໜ້າທີ່ລວມຂອງທົ່ວສັງຄົມ. ອີ່ງໃສ່ແຕ່ລະໜ້າທີ່ຮັບຜິດຊອບທີ່ໄດ້ຮັບມອບໝາຍ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຕ້ອງໂຄສະນາ, ຜັນຂະຫຍາຍຢ່າງເຂັ້ມງວດ, ມີປະສິດທິຜົນບັນດາຂໍ້ກຳນົດຂອງກົດໝາຍ, ບັນດາການລະເມີດສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກຫວຽດນາມ ຢ່າງເຂັ້ມງວດ ແລະ ທັນການ, ມີປະສິດທິຜົນ. ບັນດາອົງການຄຸ້ມຄອງລັດ ຕ້ອງຮີບເຮັ່ງຫັນບັນດານະໂຍບາຍເປັນລະອຽດ, ປ່ຽນໃໝ່ກົນການເຄື່ອນໄຫວ ເພື່ອໜູນຊ່ວຍໃຫ້ບັນດາອົງການສັງຄົມ, ປົກປ້ອງສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກ”.