ປະຊາຄົມຊາວຫວຽດນາມເຊື່ອມໂຍງເຂົ້າກັບສັງຄົມສິງກະໂປ

ປະຊາຄົມຊາວຫວຽດນາມເຊື່ອມໂຍງເຂົ້າກັບສັງຄົມສິງກະໂປ - ảnh 1
ປະຊາ​ຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ສິງກະ​ໂປ ​ສະ​ແດງ​ຫຼາຍລາຍການ​ສິລະ​ປະ​
ເຂັ້ນ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຫວຽດນາມ
(ພາບ: Vietnam+)


(vovworld) – ​ໂດຍນອນ​ໃນ​ການ​ເຄື່ອນ​ໄຫວ​ກະ​ກຽມຕ້ອນຮັບ​ບຸນປີ​ໃໝ່, ຫວ່າງ​ແລ້ວ​ນີ້, ສູນ​ປະຊາຄົມ​ເຂດ Bishan Toa Patoh ​ໄດ້​ຈັດ​ງານ​ບຸນ​ມີ​ຊື່ວ່າ “ອວຍພອນ​ລະດູບານ​ໃໝ່: ມູນ​ເຊື້ອ​ຜ່ານ​ບັນດາ​ພື້ນຖານ​ວັດທະນະທຳ” ​ເພື່ອ​ແນ​ໃສ່​ແນະນຳ​ກ່ຽວ​ກັບ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ 4 ປະຊາ​ຄົມຄື: ​ຫວຽດນາມ, ມຽນມາ, ​​ໄທ ​ແລະ ອິນ​ເດຍ, ​ເຊິ່ງ​ເປັນບັນດາ​ປະ​ເທດ​ທີ່ນັບ​ມື້​ນັບ​ມີ​ປະຊາຊົນ​ຫຼາຍ​ຄົນມາ​ອາ​ໄສ​ຢູ່​ສິງກະ​​ໂປ. ​ເຂົ້າ​ຮ່ວມ​ລາຍການ​ປີ​ນີ້, ປະຊາ​ຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ສິງກະ​ໂປ ​ໄດ້​ສະ​ແດງ​ຫຼາຍລາຍການ​ສິລະ​ປະ​ພິ​ເສດ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຫວຽດນາມ.

        ທ່ານ Martin Wong, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ບຸນ​ໄດ້​ຕີ​ລາຄາ​ວ່າ, ບັນດາ​ລາຍການ​ຟ້ອນ​ລຳ​ທຳ​ເພງ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ, ​ໄດ້​ຊ່ວຍ​ໃຫ້​ຊາວ​ສິງກະ​ໂປ ​ເຂົ້າ​ໃຈ​ແຈ້ງ​ກວ່າ​ກ່ຽວ​ກັບ​ປະຊາຄົນ​ທີ່​ພວມ​ນັບ​ມື້​ນັບ​ເຊື່ອມ​ໂຍງ​ເຂົ້າກັບປະ​ເທດ​ສິ່ງ​ກະ​ໂປ.

ຂ່າວ/ບົດ​ອື່ນ