ປະຊາຄົມວິສາຫະກິດແຂວງDakahliaຂອງອີຢີບຢາກຮ່ວມມືດ້ານການຄ້າກັບຫວຽດນາມ
ວິສາຫະກິດແຂວງ Dakahlia ຂອງ ອີຢີບ
ຢາກຮ່ວມມືດ້ານການຄ້າກັບ ຫວຽດນາມ
(vovworld) - ວັນທີ 9/3, ນະຄອນ Mansoura, ແຂວງ Dakahlia ຂອງ ອີຢີບ, ສະຖານທູດ ຫວຽດນາມ ແລະ ພາກສ່ວນການຄ້າຢູ່ ອີຢີບ ສົມທົບກັບຫ້ອງການ ການຄ້າແຂວງ Dakahlia ຈັດຕັ້ງກອງປະຊຸມສຳມະນາ ສົ່ງເສີມດ້ານການຄ້າ ແລະ ການລົງທຶນ, ເພື່ອແນໃສ່ແນະນຳບັນດາໂອກາດຮ່ວມມືລະຫວ່າງ ວິສາຫະກິດ ສອງປະເທດ ກໍ່ຄືສົ່ງເສີມດ້ານການຄ້າລະຫວ່າງ ຫວຽດນາມ - ອີຢີບ ເວົ້າລວມ ແລະ ແຂວງ Dakahlia ເວົ້າສະເພາະ. ກ່າວຄວາມເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢີບ ໂດຮ່ວາງລອງ ແນະນຳກ່ຽວກັບສະພາບການເສດຖະກິດ ຫວຽດນາມ, ໂດຍສະເພາະແມ່ນບັນດາຜົນງານພາຍຫຼັງ 30 ປີແຫ່ງການປ່ຽນໃໝ່, ຢືນຢັນຫວຽດນາມຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນຕ່າງປະເທດເຂົ້າມາດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ໂດຮ່ວາງລອງ ໃຫ້ຮູ້ວ່າ, ສະຖານທູດ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດ ອີຢີບເວົ້າລວມ ແລະ ແຂວງ Dakahlia ເຊື່ອມຕໍ່ເພື່ອຊອກຫາຄູ່ຮ່ວມມືຢູ່ ຫວຽດນາມ.
ສ່ວນທ່ານ Ahmed Roab, ປະທານຫ້ອງການ ການຄ້າແຂວງ Dakahlia ຕີລາຄາສູງກອງປະຊຸມສຳມະນາ, ຖືນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ອີຢີບ ແລກປ່ຽນຂໍ້ມູນຂ່າວສານ, ຊອກຮູ້ຕະຫຼາດ ແລະ ບັນດາຂະແໜງສິນຄ້າຂາອອກຂາເຂົ້າ, ຜ່ານນັ້ນຊຸກຍູ້ບັນດາກາລະໂອກາດຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ກັບທ້ອງຖີ່ນຕ່າງໆຂອງ ອີຢີບ, ໃນນັ້ນມີແຂວງ Dakahlia.