ປະ​ຊາ​ຊົນ​ ຫວຽດ​ນາມ ປິ​ຕິ​ຊົມ​ຊື່ນ​ຕ້ອນ​ຮັບ​ປີ​ໃໝ່​ປີ​ມະ​ເມຍ 2026

(VOVWORLD) -  ໃນບັນຍາກາດທີ່ຟົດຟື້ນມ່ວນຊື່ນໄດ້ແຜ່ກະຈາຍໃນທົ່ວທຸກແຖບຖິ່ນຂອງປະເທດຊາດ ເມື່ອປະຊາຊົນຕ້ອນຮັບບຸນປີໃໝ່ປະຈຳຊາດໃນຈຸດເວລາສົ່ງທ້າຍມີເກົ່າ ປີມະເສງ, ຕ້ອນຮັບປີໃໝ່ປີມະເມຍ 2026 (ໃນຄ່ຳຄືນວັນທີ 16 ກຸມພາ).
ປະ​ຊາ​ຊົນ​ ຫວຽດ​ນາມ ປິ​ຕິ​ຊົມ​ຊື່ນ​ຕ້ອນ​ຮັບ​ປີ​ໃໝ່​ປີ​ມະ​ເມຍ 2026 - ảnh 1ການຍິງບັ້ງໄຟດອກຢູ່ຮ່າໂນ້ຍ

ຢູ່ນະຄອນຫຼວງ ຮ່າໂນ້ຍ, ຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໄດ້ເປັນຂີດໝາຍດ້ວຍການຍິງບັ້ງໄຟດອກ.

ຊາວ ຫວຽດນາມ ຫຼາຍຄົນໃຫ້ຮູ້ວ່າ ປີນີ້, ເຂົາເຈົ້າເລືອກເອົາການລົງຖະໜົນເພື່ອຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ຢາກໄດ້ສຳຜັດໂດຍກົງກັບບັນຍາກາດຂອງປີໃໝ່ທີ່ຕັ້ງຄວາມຫວັງວ່າ ຈະມີການປ່ຽນແປງຫຼາຍຢ່າງ:

 “ປີນີ້, ລາຍການຍິງບັ້ງໄຟດອກງາມກວ່າທຸກໆປີ, ທຸກຄົນມີຄວາມພາກພູມໃຈ ແລະ ເບີກບານມ່ວນຊືນກວ່າທຸກໆປີ.”

 “ຫວັງວ່າ ໃນປີໃໝ່ນີ້ ພາລະກິດ ແລະ ທຸກວຽກງານຈະປະສົບຜົນສຳເລັດ, ສະດວກດີກວ່າອີກ. ປີໃໝ່ມີສຸຂະພາບເຂັ້ມແຂງ. ຖ້າຫາກມີສຸຂະພາບເຂັ້ມແຂງຖືວ່າມີຄຄົບທຸກຢ່າງແລ້ວ”.

 “ຂ້າພະເຈົ້າຂໍໃຫ້ປີໃໝ່ນີ້ຈະມີແຕ່ສິ່ງດີງາມເຂົ້າມາໃນຊີວິດ, ປາດຖະໜາສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ. ຄອບຄົວຍາມໃດກໍມີຄວາມສຸກ, ຄວາມມ່ວນຊື່ນ ແລະ ອີ່ມໜຳສຳລານສົມບູນພູນສຸກ”.

ປະ​ຊາ​ຊົນ​ ຫວຽດ​ນາມ ປິ​ຕິ​ຊົມ​ຊື່ນ​ຕ້ອນ​ຮັບ​ປີ​ໃໝ່​ປີ​ມະ​ເມຍ 2026 - ảnh 2ບັນຍາກາດຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ ດ່າໜັງ

ຢູ່ນະຄອນ ດ່າໜັງ, ໃນສອງຟາກແມ່ນ້ຳ ຮ່ານ ກໍໄດ້ຈຍິງບັ້ງໄຟດອກເຊັ່ນດຽວກັນ. ຢູ່ຖະໜົນເມືອງເກົ່າ ໂຮ້ຍອານ, ມີໂຄມໄຟນັບພັນໜ່ວຍໄດ້ໃຕ້ໄຟແຈ້ງທັງຝັ່ງແມ່ນ້ຳ ຮວ່າຍ ຢ່າງມະຫັດສະຈັນ. ມີຫຼາຍກິດຈະກຳວັດທະນະທຳ, ສິລະປະວັນນະຄະດີ, ການລະຫຼີ້ນພື້ນເມືອງ ອັນໄດ້ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ.

ປະ​ຊາ​ຊົນ​ ຫວຽດ​ນາມ ປິ​ຕິ​ຊົມ​ຊື່ນ​ຕ້ອນ​ຮັບ​ປີ​ໃໝ່​ປີ​ມະ​ເມຍ 2026 - ảnh 3ຢູ່ຖະໜົນເມືອງເກົ່າ ໂຮ້ຍອານ, ມີໂຄມໄຟນັບພັນໜ່ວຍໄດ້ໃຕ້ໄຟແຈ້ງທັງຝັ່ງແມ່ນ້ຳ ຮວ່າຍ ຢ່າງມະຫັດສະຈັນ

ໂດຍເຈືອຈານເຂົ້າກັບບັນຍາກາດຂອງທົ່ວປະເທດ, ຕອນຄ່ຳວັນທີ 16 ກຸມພາ, ປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບປີໃໝ່ປີມະເມຍ 2026 ໃນບັນຍາກາດຄືກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຫວັງ. ໃນຖະໜົນສາຍຕ່າງໆຢູ່ເຂດໃຈກາງ, ມີປະຊາຊົນນັບໝື່ນຄົນໄດ້ເຕົ້າໂຮມກັນຕິດຕາມລາຍການຍິງບັ້ງໄຟດອກ.

ປະ​ຊາ​ຊົນ​ ຫວຽດ​ນາມ ປິ​ຕິ​ຊົມ​ຊື່ນ​ຕ້ອນ​ຮັບ​ປີ​ໃໝ່​ປີ​ມະ​ເມຍ 2026 - ảnh 4ທ່າກ່ຳປັ່ນໂດຍສານສາກົນ ຮະລອງ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນຄະນະທຳອິດ ກວ່າ 2.300 ຄົນທີ່ມາທ່ຽວແຂວງ ກວາງນິງ ຂອງ ຫວຽດນາມ. (ພາບ: VOV)

ວັນທີ 17 ກຸມພາ, ກົງກັບວັນທີ 1 ບຸນປີໃໝ່ປະຈຳຊາດປີມະເມຍ, ທ່າກ່ຳປັ່ນໂດຍສານສາກົນ ຮະລອງ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນຄະນະທຳອິດ ກວ່າ 2.300 ຄົນທີ່ມາທ່ຽວແຂວງ ກວາງນິງ ຂອງ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ