ປະດັບຫຼຽນກາລະນຶກ“ເພື່ອພາລະກິດຂອງສານ“ໃຫ້ການນຳສານລາວແລະກຳປູເຈຍ
(ປະດັບຫຼຽນກາລະນຶກ“ເພື່ອພາລະກິດຂອງສານ“
ໃຫ້ການນຳສານລາວແລະກຳປູເຈຍ)
(vovworld) - ຕອນຄຳ່ວັນທີ 7/9, ຢູ່ຮ່າໂນ້ຍ, ປະທານສານປະຊາຊົນສູງສຸດຫວຽດນາມ ເຈືອງຮ່ວາບິ່ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສານປະຊາຊົນສູງສຸດແຫ່ງປະເທດ ສປປ.ລາວ ແລະ ສານສູງສຸດແຫ່ງລາຊະອານາຈັກ ກຳປູເຈຍ ມາຢ້ຽມຢາມ, ເຮັດວຽກ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີ ແຫ່ງມູນເຊື້ອຂອງສານປະຊາຊົນ (13/9/1945-13/9/2015). ກ່າວຄວາມເຫັນທີ່ການຕ້ອນຮັບ, ທ່ານປະທານສານ ເຈືອງຮ່ວາບິ່ງ ຖືວ່າ, ໃນພາລະກິດພັດທະນາຂອງຂະແໜງສານຫວຽດນາມ ເວົ້າລວມ ໄດ້ມີການສະໜັບສະໜູນອັງລ້ຳຄ່າຈອງສານ 2 ປະເທດກຳປູເຈຍ ແລະ ລາວ, ເຊິ່ງພົ້ນເດັ່ນແມ່ນການປະກອບສ່ວນຂອງປະທານສານປະຊາຊົນສູງສຸດລາວ ຄຳພັນ ສິດທິດຳພາ ແລະ ຮອງປະທານສານສູງຊຸດແຫ່ງລາຊະອານາຈັກກຳປູເຈຍ. ປະທານສານປະຊາຊົນສູງສຸດຫວຽດນາມ ເຈືອງຮ່ວາບິ່ງ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ສານ 3 ປະເທດ ຈະສືບຕໍ່ຮັດແໜ້ນການພົວພັນຮ່ວມມື. ສ່ວນປະທານສານປະຊາຊົນສູງສຸດລາວ ຄຳພັນ ສິດທິດຳພາ ແລະ ຮອງປະທານສານສູງສຸດແຫ່ງລາຊະອານາຈັກກຳປູເຈຍ ຢືນຢັນວ່າ, 2 ສານຈະສືບຕໍ່ເພີ່ມພູນຄຸນສ້າງໃຫ້ການພົວພັນ 3 ປະເທດເວົ້າລວມ ແລະ 3 ສານປະຊາຊົນເວົ້າສະເພາະ ໃຫ້ນັບມື້ນັບພັດທະນາ. ຜ່ານນັ້ນ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງພັກ, ລັດ ແລະ ປະຊາຊົນ 3 ປະເທດໃຫ້ເລິກເຊິ່ງກວ່າອີກ.
ເນ່ືອງໃນໂອກາດນີ້, ປະທານສານປະຊາຊົນສູງສຸດ ເຈືອງຮ່ວາບິ່ງ ປະດັບຫຼຽນກາລະນຶກ “ເພື່ອພາລະກິດຂອງສານ“ ໃຫ້ປະທານສານປະຊາຊົນສູງສຸດລາວ ຄຳພັນ ສິດທິດຳພາ ແລະ ຮອງປະທານສານສູງສຸດລາຊະອານາຈັກກຳປູເຈຍ Chiv Keng.