ປະທານກຸບາຄົນໃໝ່ M.Diaz Canel ໃຫ້ຄຳໝັ້ນສັນຍາເຊື່ອມຕໍ່ມໍລະດົກປະຕິວັດ

(VOVWORLD) -ຕອນຄ່ຳວັນທີ 19 ເມສາ (ຕາມເວລາຫວຽດນາມ), ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກຸບາ ຄົນໃໝ່ Miguel Diaz Canel Bermuderz ໄດ້ມີບົດກ່າວປາໄສທຳອິດຕໍ່ສະພາແຫ່ງຊາດກຸບາ ຊຸດທີ 9.

ປະທານກຸບາຄົນໃໝ່ M.Diaz Canel ໃຫ້ຄຳໝັ້ນສັນຍາເຊື່ອມຕໍ່ມໍລະດົກປະຕິວັດ - ảnh 1 ທ່ານ Miguel Diaz Canel Bermuderz ດຳລົງຕຳແໜ່ງເປັນປະທານສະພາແຫ່ງລັດ

ແລະ ສະພາລັດຖະມົນຕີກຸບາ ອາຍຸການ 5 ປີຈະມາເຖິງ

(ພາບ: escambray.cu)

ຕາມສື່ມວນຊົນກຸບາ ແລ້ວ, ບົດກ່າວປາໄສຕໍ່ບັນດາສະມາຊິກສະພາແຫ່ງຊາດ, ປະທານ Canel Bermuderz ຢືນຢັນວ່າ ຈະເຮັດລ້ອນໜ້າທີ່ເຊິ່ງປະຊາຊົນກຸບາ ມີຄວາມເຊື່ອໝັ້ນມອບໝາຍໃຫ້, ສືບຕໍ່ພ້ອມກັບປະຊາຊົນປະເທດເກາະນີ້ ຈົ່ງຮັກພັກດີຕໍ່ມໍລະດົກຂອງທ່ານອະດີດຜູ້ບັນຊາການໃຫຍ່ Fidel Castro ແລະ ສືບຕໍ່ແບບຢ່າງຂອງການນຳໃນປະຈຸບັນຂອງການປະຕິວັດກຸບາ, ພົນເອກ Raul Castro. ທ່ານປະທານ Canel Bermuderz ຢືນຢັນວ່າ, ນ້ຳໃຈສາມັກຄີຂອງປະຊາຊົນກຸບາ ແມ່ນກຳລັງແຮງອັນລ້ຳຄ່າຂອງການປະຕິວັດກຸບາ ແລະ ຈິດໃຈດັ່ງກ່າວໄດ້ຮັບການຮັບປະກັນຈາກພັກກອມມູນິດກຸບາ.

      ກ່ອນໜ້ານັ້ນ, ໃນວັນດຽວກັນ, ດ້ວຍບັດສະໜັບສະໜູນ 603 ບັດ, ເທົ່າກັບ 99,86% ຈຳນວນບັດເລືອກຕັ້ງ. ສະພາແຫ່ງຊາດຊຸດທີ 9 ໄດ້ເລືອກຕັ້ງທ່ານ Miguel Diaz Canel Bermuderz ດຳລົງຕຳແໜ່ງເປັນປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກຸບາ ອາຍຸການ 5 ປີຈະມາເຖິງ, ຜູ້ສືບທອດທ່ານປະທານ Raul Castro ຊີ້ນຳນຳພາປະເທດກຸບາ, ສືບຕໍ່ປະຕິບັດບັນດາໜ້າທີ່ຂອງການປະຕິວັດກຸບາ ແລະ ວິວັດທະນາການອັບເດດຮູບແບບເສດຖະກິດທິ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ