ປະທານປະເທດຫວຽດນາມ ໃຫ້ການຕ້ອນຮັບ ອະດີດນັກຮົບກາຊັກສະຖານ

ປະທານປະເທດຫວຽດນາມ ໃຫ້ການຕ້ອນຮັບ ອະດີດນັກຮົບກາຊັກສະຖານ - ảnh 1
ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ

(ພາບ: vietbao.vn)

(Vovworld)- ຕອນ​ບາຍວັນ​ທີ 8/7, ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໃຫ້ການ​ຕ້ອນຮັບ​ອະດີດ​ນັກຮົບ​ກາ​ຊັກ​ສະຖານ Issa Bisanop ​ແລະ ຄອບຄົວ​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງສະ​ແດງ​ຄວາມ​ປິ​ຕິ​ຊົນ​ຊື່ນ​ທີ່​ໄດ້​ພົບ​​ອະດີດນັກຮົບ​ສາກົນຄືນ​ໃໝ່ ຜູ້​ທີ່​​ເຄີຍໄດ້ຝຶກ​ຊ້ອມໃຫ້​ບັນດາ​ນັກຮົບ​ປ້ອງ​ກັນ​ອາກາດ​ຫວຽດນາມ. ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ພັກ, ລັດ ຍາມ​ໃດ​ກໍ່​ຈົດ​ຈຳ​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳຄ່າ​ດັ່ງກ່າວ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ບັນດາ​ອະດີ​ດນັກຮົບ, ອະດີດ​ຜູ້​ຊ່ຽວຊານ​ກັບ​ຄືນ​ມາ​ຢ້ຽມຢາມ​ຫວຽດນາມ. ສ່ວນ​ທ່ານ Issa Bisanop ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ໄດ້​ກັບ​ຄືນ​ມາ​ຫວຽດນາມ, ​ແຫ່ງ​ທີ່​ທ່ານ​ເຄີຍ​ຢູ່​ອາ​ໄສ​ໃນ​ຄາວ​ຍັງ​ໜຸ່​ມ, ຫວນ​ຄືນ​ບັນດາ​ອະນຸສອນ​ ເປັນ​ຜູ້​ຊ່ຽວຊານ​ລູກ​ສອນ​ໄຟ ໃນ​ຊຸມ​ປີ​ 1966,1967 ​ແລະ ຢືນຢັນ​ວ່າ ຍາມ​ໃດ ຫວຽດນາມ ກໍ່​ແມ່ນ​ບ້ານ​ເກີ​ເມືອງ​ນອນ​ແຫ່ງ​ທີ​ສອງ​ຂອງ​ທ່ານ.

 

 

 

 

 

 

ຂ່າວ/ບົດ​ອື່ນ