ປະທານປະເທດເຈືອງເຕີນຊາງຕ້ອນຮັບທູດພິເສດຂອງປະທານ Raul Castro
ທ່ານປະທານປະເທດ ເຈືອງເຕີນຊາງ
(ພາບປະກອບ)
(vovworld) - ທີ່ການຕ້ອນຮັບທູດພິເສດຂອງປະທານ Raul Castro, ໃນຕອນບ່າຍວັນທີ 30/06, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຊົມເຊີຍການຢ້ຽມຢາມຫວຽດນາມ ຂອງທ່ານທູດພິເສດ Alejandro Castro ແລະ ຕີລາຄາສູງບັນດາໄຊຊະນະໃນວິວັດແຫ່ງການພັດທະນາພື້ນຖານເສດຖະກິດ, ກໍຄືບັນດາໄຊຊະນະທາງດານທູດ ໃນການສ້າງຕັ້ງການພົວພັນກັບອາເມລິກາ ຄືນໃໝ່. ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ຮູ້ວ່າ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບປະເທດກຸຍບາ ອ້າຍນ້ອງ ບັນດາບົດຮຽນທີ່ບັນລຸໄດ້ໃນນະໂຍບາຍການຕ່າງປະເທດຂອງຕົນ, ກໍ່ຄືໃນວິວັດແຫ່ງການພັດທະນາປະເທດຊາດ; ພ້ອມທັງເນັ້ນໜັກວ່າ, ເສດຖະກິດການຕະຫຼາດຈະຍູ້ໄວການພັດທະນາເສດຖະກິດ ແຕ່ພັດກໍໃຫ້ເກີດການຊຸດໂຊມໃນຖັນແຖວ, ນີ້ແມ່ນສິ່ງທ້າທາຍຮຽກຮ້ອງໃຫ້ມີຄວາມຕັດສິນໃຈສູງ ໃນການຕຳໜິຕິຊົມຕົນເອງ ແລະ ຕຳໜິຕິຊົມເພື່ອນສະຫາຍ, ເພື່ອແນໃສ່ຮັບໃຊ້ຈຸດໝາຍສູງສຸດແມ່ນ ກໍ່ສ້າງພັກກຳອຳນາດຢ່າງແທດຈິງ, ປອດໄສ, ເຂັ້ມແຂງ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.
ທູດພິເສດ Alejandro Castro ໄດ້ລາຍງານກັບທ່ານປະທານປະເທດເຈືອງເຕີນຊາງ ເນື້ອໃນເຮັດວຽກຢ່າງເລິກເຊິ່ງ, ກວ້າງຂວາງກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ກ່ຽວກັບການປົກປັກຮັກສາອະທິປະໄຕຂອງຊາດ ໃນຂະນະທີ່ເຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ. ທູດພິເສດ Alejandro Castro ກໍໃຫ້ຮູ້ວ່າ, ກຸຍບາ ຢາກແບ່ງປັນບົດຮຽນໃນການປ່ຽນໃໝ່ຂອງຫວຽດນາມ.