(ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຖະຫວາຍທູບທຽນຢູ່
ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງ ຈ່າຫລີງ)
(vovworld) - ໂດຍສືບຕໍ່ປະຕິບັດງານຢູ່ບັນດາແຂວງຊາຍແດນພາກເໜືອ, ຕອນເຊົ້າວັນທີ 17/02, ທ່ານປະທານປະເທດ ຫວຽນດາມ ເຈືອງເຕີ໋ນຊາງ ພ້ອມກັບຄະນະປະຕິບັດງານຂັ້ນສູນກາງ ໄດ້ຖະຫວາຍທູບທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງ ຈ່າຫລີງ, ຊຶ່ງລວມມີສຸສານຂອງນັກຮົບກ່ວາ 300 ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ໃນການສູ້ຮົບປົກປັກຮັກສາເຂດຊາຍແດນທາງທິດພາກເໜືອປີ 1979. ເມື່ອລົງຢ້ຽມຢາມຖາມຂ່າວ ແລະ ລະດົມໃຈພະນັກງານນັກຮົບປ້ອມປ້ອງກັນຊາຍແດນດ່ານຊາຍແດນ ຈ່າຫລີງ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ສະເໜີປ້ອມປ້ອງກັນຊາຍແດນ ຈົ່ງສືບຕໍ່ເຮັດວຽກງານການເມືອງ, ແນວຄິດໃນທົ່ວກຳລັງໃຫ້ເປັນຢ່າງດີ.
ແລະໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີ່ນຊາງ ກໍ່ໄປຢ້ຽມຢາມ ແລະ ມອບຂອງຂວັນແກ່ບັນດາກຳລັງພວມປະຕິບັດໜ້າທີ່ຢູ່ດ່ານຊາຍແດນ ຈ່າຫລີງ ແລະ ບັນດາຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນຕາແສງ ກາວເຈືອງ ເມືອງຈ່າຫລີງ.