ປະທານປະເທດເຈືອງເຕີ້ນຊາງ ມອບຂໍ້ຕົກລົງປະດັບຍົດໃຫ້ບັນດາເອກອັກຄະລັດຖະທູດ

ປະທານປະເທດເຈືອງເຕີ້ນຊາງ ມອບຂໍ້ຕົກລົງປະດັບຍົດໃຫ້ບັນດາເອກອັກຄະລັດຖະທູດ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ມອບ​ຂໍ້​ຕົກ​ລົງ​ປະ​ດັບ​ຍົດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໃຫ້ແກ່​ພະ​ນັກ​ງານ​ ຈຳ​ນວນ​ໜຶ່ງ​ໃນ​ຂະ​ແໜງ​ການ​ທູດ

(vovworld)- ວັນ​ທີ 6/3, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ມອບ​ຂໍ້​ຕົກ​ລົງ​ປະ​ດັບ​ຍົດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໃຫ້ແກ່​ພະ​ນັກ​ງານ​ຈຳ​ນວນ​ໜຶ່ງ​ໃນ​ຂະ​ແໜງ​ການ​ທູດ. ເຂົ້າ​ຮ່ວມ​ພິ​ທີ​ຍັງ​ມີ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ມ​ົນ​ຕີ​ການ​ຕ່າງ​ປະ​ເທດ ຝ້າມ​ບີງ​ມິນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທ​ີ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ຮັບ​ຮູ້​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ພະ​ນັກ​ງານ​ການ​ທູດ​ເຂົ້າ​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເວົ້າ​ສະ​ເພາະ ແລະ ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ເວົ້າ​ລວມ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເນັ້ນ​ໜັກ​ວ່າ ໄລ​ຍະປະ​ຈຸ​ບັນ ກໍຄື​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ແມ່ນ​ໄລ​ຍະ​ທີ່​ສຳ​ຄັນ​ຂອງວິ​ວັດ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ດັ່ງ​ນັ້ນ​ວຽກ​ງານ​ການ​ທູດ​ແມ່ນ​ໜັກ​ໜ່ວງ ແລະ ຕ້ອງ​ເຮັດ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ນັບ​ມື້​ນັບ​ແທດ​ຈິງ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຍັງ​ຕັກ​ເຕືອນ​ໃຫ້​ບັນ​ດາ​ພະ​ນັກ​ງານ​ການ​ທູດ ຈົ່ງ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ, ເສີມ​ຂະ​ຫຍາຍ​ຄຸນ​ນະ​ທາດ, ສະ​ຕິ​ປັນ​ຍາ ແລະ ບົດ​ຮຽນ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ຊາດ, ຮັບ​ໃຊ້​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ