ປະທານປະເທດເປັນປະທານກອງປະຊຸມເທື່ອທີ 5 ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ

(VOVWORLD) - ວັນທີ 16 ມິຖຸນາ, ທີ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ໄດ້ເປັນປະທານກອງປະຊຸມເທື່ອທີ 5 ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ.
ປະທານປະເທດເປັນປະທານກອງປະຊຸມເທື່ອທີ 5 ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ - ảnh 1 ທ່ານປະທານປະເທດ ເຈິ່ນດ້າຍກວາງ (ພາບ: TTXVN)

ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງຊາບຊຶມ, ປະຕິບັດເປົ້າໝາຍ, ທັດສະນະ ແລະ ທິດທາງ, ໜ້າທີ່ການປະຕິຮູບດ້ານຕຸລາການທີ່ກຳນົດໃນມະຕິຂອງກົມການເມືອງ (ຊຸດທີ 9) ຢ່າງຖືກຕ້ອງ ເພື່ອກຳນົດແຈ້ງເປົ້າໝາຍ, ທັດສະນະ ແລະ ທິດທາງ, ໜ້າທີ່, ມາດຕະການປ່ຽນແປງໃໝ່ວຽກງານດຳເນີນຄະດີອາຍາໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບສາກົນໃນໄລຍະປັດຈຸບັນ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ຖືວ່າ: ຊາບຊຶມຢ່າງຈະແຈ້ງທັດສະນະການປ່ຽນແປງໃໝ່ວຽກງານດຳເນີນຄະດີອາຍາ ແມ່ນຮັບປະກັນການປະຕິບັດໃຫ້ຖືກຕ້ອງຕາມແຜນນະໂຍບາຍ, ແນວທາງຂອງພັກ ແລະ ນະໂຍບາຍດ້ານອາຍາຂອງລັດ, ເຊີດຊູລັກສະນະມຸ່ງໄປສູ່ຄວາມສຸດຈະລິດໃນການປັບໄໝລົງໂທດຕໍ່ຜູ້ກະທຳຜິດ.

        ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີວ່າ ການປ່ຽນແປງໃໝ່ວຽກງານດຳເນີນຄະດີອາຍາໃນໄລຍະຈະມາເຖິງ, ຄວນກຳນົດແຈ້ງທິດທາງ, ໜ້າທີ່, ມາດຕະການປ່ຽນແປງໃໝ່ ແລະ ຂັ້ນຕອນ, ຄວາມຮັບຜິດຊອບການປະຕິບັດໃນແຕ່ລະຂົງເຂດວຽກງານ.

ຕອບກັບ

ຂ່າວ/ບົດ​ອື່ນ