ປະທານປະເທດ ຈີນ ຮຽກຮ້ອງໂຄງການໃໝ່ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຈີນ - ກູບາ

(VOVWORLD) - ວັນທີ 08 ພະຈິກ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ Miguel Diaz-Canel ທີ່ຫໍສະພາປະຊາຊົນຢູ່ນະຄອນຫລວງ ປັກກິງ. 

ທີ່ການພົບປະເຈລະຈາ, ທ່ານປະທານປະເທດ ສີຈິ້ນຜິງ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈີນ ຈະສືບຕໍ່ສະໜັບສະໜູນ ກູບາ, ພັນລະນາວ່າປະເທດເກາະ Caribe ນີ້ເປັນ “ປະເທດຍິ່ງໃຫຍ່ ແລະ ພິເສດ” ໄດ້ຜ່ານຜ່າທຸກສິ່ງກີດຂວາງ ແລະ ຍັງຄົງຢຶດໝັ້ນຕໍ່ເສັ້ນທາງທີ່ໄດ້ເລືອກເຟັ້ນ. ທ່ານ ສີຈິ້ນຜິງ ຢືນຢັນວ່າ ຈີນ ຍາມໃດກໍ່ສະໜັບສະໜູນ ກູບາ ໃນການປົກປັກຮັກສາອຳນາດອະທິປະໄຕ, ກໍ່ຄືເດີນຕາມເສັ້ນທາງສ້າງສັງຄົມນິຍົມໃຫ້ເໝາະສົມກັບບັນດາເງື່ອນໄຂຂອງປະເທດຊາດ. ການນຳ ຈີນ ກໍ່ຮຽກຮ້ອງໃຫ້ 2 ປະເທດຖືເປັນສຳຄັນ ແລະ ສ້າງຂີດໝາຍໃໝ່ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ.

        ສ່ວນທ່ານ Miguel Diaz-Canel ໃຫ້ຮູ້ວ່າ: ກູບາ ຈະຮ່ຳຮຽນເອົາບັນດາບົດຮຽນຈາກ ຈີນ ໃນການພັດທະນາເສດຖະກິດ, ພ້ອມກັບການປ່ຽນແປງໃໝ່ຮູບແບບສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ