ປະທານປະເທດ ເຈືອງເຕີ້ນຊາງ ພົບປະກັບ 63 ວິສາຫະກິດ, ມີເຄື່ອງໝາຍການຄ້າແຫ່ງຊາດ

  ປະທານປະເທດ ເຈືອງເຕີ້ນຊາງ ພົບປະກັບ 63 ວິສາຫະກິດ, ມີເຄື່ອງໝາຍການຄ້າແຫ່ງຊາດ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ພົບ​ປະ​ຜູ້​ຕາງ​ໜ້າ​ 63 ວິ​ສາ​ຫະ​ກິດ​ຊຶ່ງ​ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ປີ 2014

(vovworld)- ຕອນ​ຄ່ຳ​ວັນ​ທີ 25/12, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ພົບ​ປະ​ຜູ້​ຕາງ​ໜ້າ​ 63 ວິ​ສາ​ຫະ​ກິດ​ຊຶ່ງ​ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ປີ 2014. ເມື່ອ​ແລກ​ປ່ຽນ​ກັບ​ບັນ​ດາ​ຜູ້​ແທນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຖື​ວ່າ ການ​ຜັນ​ຂະ​ຫຍາຍ​ໂຄງ​ການ ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ ໄດ້​ມີ​ຄຸນ​ປະ​ໂຫຍດ​ໃນ​ການສ້າງ ແລະ ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຫວຽດ​ນາມ ແມ່ນ​ປະ​ເທດ​ມີ​ສິນ​ຄ້າ, ການ​ບໍ​ລິ​ການ​ທີ່​ຄຸນ​ນະ​ພາບ, ສ້າງ​ອິດ​ທິ​ພົນ​ຊື່​ສຽງ ແລະ ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ສິນ​ຄ້າ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຊີ້​ແຈ້ງວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ ເຄື່ອງ​ໝາຍ​ການ​ຄ້າ​ຫວຽດ​ນາມ​ຄວນ​ເປັນ​ເຈົ້າ​ການ​ສວມ​ບົ​ດ​ບາດ​ແມ່ນ​ກຳ​ລັງ​ຊຸກ​ຍູ້​ໃຫ້​ແກ່​ການ​ພັດ​ທະ​ນາ​ໃນ​ປີ 2015 ແລະ ຊຸມ​ປີ ຕໍ່ໆ​ໄປ, ພ້ອມ​ທັງ​ຮັບ​ປະ​ກັນຄຸນ​ນະ​ພາບ, ​ອິດ​ທິ​ພົນ​ຊື່​ສຽງຂອງ​ຜະ​ລິດ​ຕະ​ພັນ​ຜ່ານ​ລະ​ບົບ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ກ້າວ​ໜ້າ​ ແລະ ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ການ​ເງິນ​ທີ່​ສົດ​ໃສ, ປັບ​ປຸງ​ເຕັກ​ໂນ​ໂລ​ຢີເຄື່ອງ​ຈັກ ແນ​ໃສ່​ເພີ່ມ​ສະ​ມັດ​ທະ​ພາບ ແລະ ປະ​ສິດ​ທິ​ຜົນ​ໃນ​ການ​ດຳ​ເນີນ​ທຸ​ລ​ະກິດ, ສືບ​ຕໍ່​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ການ​ແກ່ງ​ແຍ້ງ​ຂອງວິ​ສາ​ຫະ​ກິດ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. 

ຂ່າວ/ບົດ​ອື່ນ