ປະທານາທິບໍດີປາແລດສະຕິນ Mahmoud Abbas ຢ້ຽມຢາມຈີນ
ປະທານາທິບໍດີປາແລດສະຕິນ Mahmoud Abbas
(ພາບ:vtv.vn)
(vovworld)- ວັນທີ 5/5, ທ່ານປະທານາທິບໍດີປາແລດສະຕິນ Mahmoud Abbas ໄດ້ເດີນທາງໄປຮອດປັກກິງ, ເລີ່ມຕົ້ນການຢ້ຽມຢາມປະເທດຈີນ ເປັນເວລາ 3 ວັນຕາມຄຳເຊີນຂອງທ່ານປະທານປະເທດຈີນ ສືຈິນຜີງ. ນີ້ແມ່ນການຢ້ຽມຢາມຈີນ ເປັນຄັ້ງທຳອິດຂອງການນຳຕາເວັນອອກກາງທ່ານໜຶ່ງ ພາຍຫຼັງທີ່ປະເທດຈີນ ເລືອກຕັ້ງຄະນະການນຳໃໝ່. ທ່ານປະທານາທິບໍດີປາແລດສະຕິນ Mahmoud Abbas ຈະດຳເນີນການເຈລະຈາກັບບັນດາການນຳຈີນ ກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍ, ແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ຕອບຄຳຖາມຕໍ່ວົງການນັກຂ່າວກ່ອນການໄປຢ້ຽມຢາມຈີນ, ທ່ານປະທານາທິບໍດີປາແລດສະຕິນ Mahmoud Abbas ໃຫ້ຮູ້ວ່າ: ທ່ານຈະລາຍງານກັບບັນດາການນຳຈີນ ກ່ຽວກັບບັນດາສິ່ງກີດຂວາງໃນວິວັດການເຈລະຈາໂດຍສັນຕິລະຫວ່າງປາແລດສະຕິນ-ອິດສະຣາແອນ ພາຍຫຼັງທີ່ສະພາບການຢູ່ຕາເວັນອອກກາງມີບັນດາການຜັນແປ່ອັນສັບສົນ, ຊຸກຍູ້ບົດບາດຂອງຈີນ ໃນວິວັດການດັ່ງກ່າວ ກໍ່ຄືບັນດາສິ່ງທ້າທາຍຊື່ງອຳນາດການປົກຄອງປາແລດສະຕິນ ພວມຕ້ອງປະເຊີນໜ້າ.