ລັດຖະມົນຕີການຕ່າງປະເທດຈີນ ຕ້ອນຮັບປະທານາທິບໍດີຝລັ່ງ Francois Hollande ຢູ່ສະໜາມບິນປັກກິງ
(ພາບ: ຂ່າວສານຈິນ)
(vovworld) – ວັນທີ 25/4, ປະທານາທິບໍດີຝລັ່ງ Francois Hollande ໄດ້ໄປປັກກິງ, ເລີ່ມຕົ້ນການຢ້ຽມຢາມຈີນຢ່າງເປັນທາງການ ເພື່ອແນໃສ່ຊຸກຍູ້ການພົວພັນດ້ານການຄ້າລະຫວ່າງສອງປະເທດກວ່າອີກ. ໃນການຢ້ຽມຢາມຄັ້ງນີ້, ປະທານາທິບໍດີຝລັ່ງຈະມີການເຈລະຈາກັບປະທານປະເທດຈີນ ສືຈີນຜີງ ແລະ ມີການພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງຂອງປະເທດເຈົ້າພາບ. ບັນດາພາຫະນະສື່ມວນຊົນຂອງຝລັ່ງ ໃຫ້ຮູ້ວ່າ, ຈຸດປະສົງຕົ້ນຕໍ່ຂອງປະທານາທິບໍດີຝລັ່ງ ໃນການຢ້ຽມຢາມປັກກິງ ຄັ້ງນີ້ ແມ່ນເພື່ອຊຸກຍູ້ການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງຝລັ່ງ - ຈີນ ຕາມທິດສົມສ່ວນກັນ, ພ້ອມທັງໂຄສະນາສິນຄ້າປະເພດຕ່າງໆຂອງຝລັ່ງ, ເຊິ່ງຕົ້ນຕໍ່ແມ່ນຜະລິດຕະພັນກະເສດ.