ປະທານາທິບໍດີຝະລັ່ງ ແລະນາຍົກລັດຖະມົນຕີເຢັຍລະມັນ ພົບປະກັນຢູ່ປາຣີ
ວັນທີ 5/12, ປະທານາທິບໍດີຝະລັ່ງ ແລະນາຍົກລັດຖະມົນຕີເຢັຍລະມັນໄດ້ມີການເຮັດວຽກຢູ່ປາຣີເພື່ອສະແຫວງຫາຄວາມເຫັນດີເຫັນພ້ອມໃນຫລາຍທັດສະນະທີ່ຍັງກົງກັນຂ້າມ. ການນຳສອງພື້ນຖານເສດຖະກິດຫລັກແຫລ່ງໃນພາກພື້ນບັນລຸໄດ້ຄວາມເຫັນດີເປັນເອກະສັນກ່ຽວກັບສົນທິສັນຍາເອີລົບສະບັບໃໝ່. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມ, ປະທານນາທິບໍດີຝະລັ່ງ Nicola Saccodi ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າຢາກໃຫ້ສະພາບການຮ້າຍແຮງຄືປະຈຸບັນຢູ່ເອີລົບຈະບໍ່ເກີດຂຶ້ນອີກ. ນັ້ນແມ່ນຄວາມຕັດສິນໃຈຂອງລັດຖະບານຝະລັ່ງ ແລະເຢັຍລະມັນ. ແລະເພື່ອບັນລຸໄດ້ຈຸດໝາຍດັ່ງກ່າວ, ສອງປະເທດພ້ອມກັນສະຫນັບສະໜູນສົນທິສັນຍາເອີລົບສະບັບໃໝ່”.
ນອກຈາກນັ້ນແລ້ວ, ປະທານາທິບໍດີຝະລັ່ງ ແລະນາຍົກລັດຖະມົນຕີເຢັຍລະມັນ ກໍ່ບັນລຸໄດ້ຄວາມເຫັນດີເປັນເອກະ ສັນກ່ຽວກັບຫລາຍມາດຕະການອື່ນໆເພື່ອແກ້ໄຂວິກິດການ ແລະຈະຊຸກຍູ້ກົນໄກຮັກສາເອີລົບເປັນປົກກະຕິ ຊື່ງມີຜົນບັງຄັບໃຊ້ໃນປີ 2012 ແທນໃຫ້ປີ 2013 ຄືແຜນການໃນເບື້ອງຕົ້ນ.
ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳຝະລັ່ງ