ປະທານາທິບໍດີອັງໂກລາຢືນຢັນປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ

ປະທານາທິບໍດີອັງໂກລາຢືນຢັນປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ - ảnh 1
ທ່ານປະທານ​າທິບໍດີ​ອັງ​ໂກລາ Josse Eduardo dos Santos
(ພາບປະກອບອີນເຕີແນດ)


(vovworld) – ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ, ທ່ານ​​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອັງ​ໂກລາ ​ໂດ້ບ໋າ​ຄວາ, ​ເຂົ້າຢ້ຽມ​ອຳ​ລາທ່ານປະທານ​າທິບໍດີ​ອັງ​ໂກລາ Josse Eduardo dos Santos. ທີ່​ການ​ຕ້ອນ​ຮັບ​, ທ່ານປະທານ​າທິບໍດີ​ອັງ​ໂກລາ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງຫວຽ​ດນາມ ບັນລຸ​ໄດ້​ໃນ​ພາລະກິດ​ປ່ຽນ​​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ທ່ີ​ຕັ້ງບົດບາດຂອງ​ຫວຽດນາມ ​ນັບ​ມື້​ນັບໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​​ໃນ​​ເວທີ​ສາກົນ. ລັດຖະບານອັງ​ໂກລາ ​ແລະ ພັກຂະ​ບວນການ​ປະຊາຊົນ​ປົດ​ປ່ອຍອັງ​ໂກລາ ​ກຳ​ອຳນາດ ປາດ​ຖະໜາ​ຢາກ​​ເຮັດ​​ໃຫ້ການ​ພົວພັນ​ໃນ​ທຸກ​ຂົງ​​​ເຂດທີ່ຕ່າງ​ຝ່າຍຕ່າງ​ມີ​ຄວາມ​ສົນ​ໃຈ​ໃຫ​​້​ເລິກ​ເຊິ່ງຂຶ້ນ​ຕື່ມ.

ຂ່າວ/ບົດ​ອື່ນ