ປະທານາທິບໍດີ Obama
|
(vovworld) - ວັນທີ 23/9, ທ່ານປະທານາທິບໍດີ ອາເມລິກາ Barack Obama ໄດ້ຄັດຄ້ານຮ່າງກົດໝາຍ “ຄວາມຍຸຕິທຳຕ້ານການກະທຳຊ່ວຍເຫຼືອກໍ່ການຮ້າຍ” (JASTA). ນີ້ແມ່ນຮ່າງກົດໝາຍອະນຸຍາດໃຫ້ຄອບຄົວ ແລະ ຍາດຕິພີ່ນ້ອງຂອງບັນດາຜູ້ປະສົບເຄາະຮ້າຍໃນການບຸກໂຈມຕີເມື່ອວັນທີ 11/9/2001 ຮ້ອງຟ້ອງ ອາຣັບບີ ຊາອຸດິ. ຄຳຕັດສິນດັ່ງກ່າວມີໄພເຮັດໃຫ້ເພີ່ມທະວີຈິດຕະບໍ່ພໍໃຈໃນມະຫາຊົນ ແລະ ການກະທຳຄັດຄ້ານຈາກສະພາຕ່ຳອາເມລິກາ. ເຖິງວ່າໄດ້ສະແດງ “ຄວາມເຫັນອົກເຫັນໃຈເລິກເຊິ່ງ” ຕໍ່ຄອບຄົວ ຜູ້ປະສົບເຄາະຮ້າຍເຫດການ 11/9 ກໍ່ຕາມ ແຕ່ທ່ານປະທານາທິບໍດີ Obama ຖືວ່າຮ່າງກົດໝາຍ JASTA ຈະ “ສົ່ງຜົນສະທ້ອນເຖິງບັນດາຜົນປະໂຫຍດແຫ່ງຊາດຂອງ ອາເມລິກາ”. ຖ້າຫາກຮ່າງກົດໝາຍນີ້ໄດ່້ຮັບການປະກາດໃຊ້, ການພົວພັນສຳພັນທະມິດທີ່ສະໜິດສະໜົມລະຫວ່າງ ອາເມລິກາ ແລະ ອາຣັບບີ ຊາອຸດິ ມີໄພເພີ່ມທະວີຄວາມເຄັ່ງຕຶງ. ທຳນຽບຂາວຢັ້ງຢືນວ່າ: ທ່ານ Obama ປະຕິເສດຮ່າງກົດໝາຍນີ້ຍ້ອນມີຄວາມວິຕົກວັງວົນກ່ຽວກັບການພົວພັນລະຫວ່າງ ອາເມລິກາ ແລະ ອາຣັບບີ ຊາອຸດິ ເທົ່ານັ້ນ ແລະ ລັດຖະບານ ອາເມລິກາ ມີຄວາມວິຕົກວັງວົນຍ້ອນ JASTA ຈະສ້າງປະຖົມປັດໄຈທີ່ອັນຕະລາຍໃນດ້ານນິຕິທຳ ແລະ ທຳລາຍຫຼັກການສິດຍົກເລີກນິຕິທຳຂອງປະເທດໜຶ່ງ.