ປະທານາທິບໍດີ ຢູແກຼນ ປະຕິເສດເລື່ອງມີສ່ວນກ່ຽວຂ້ອງເຖິງສະພາບຄວາມຫຍຸ້ງເຫຍີງໃນການການເລືອກຕັ້ງຂອງ ອາເມລິກາ

(VOVWORLD) - ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ໄດ້ປະຕິເສດຂ່າວລືທີ່ຖືວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ກະຕຸກຊຸກຍູ້ທ່ານ Volodymyr Zelenskiy ດຳເນີນການສືບສວນອະດີດຮອງປະທານາທິບໍດີ ອາເມລິກາ Joe Biden, ຜູ້ສະໝັກເລືອກຕັ້ງພົ້ນເດັ່ນຂອງພັກປະຊາທິປະໄຕປີ 2020. 

ນີ້ເປັນຄັ້ງທຳອິດທີ່ການນຳ ຢູແກຼນ ແລກປ່ຽນກັບສື່ມວນຊົນຕ່າງປະເທດກ່ຽວກັບບັນດາຄຳກ່າວຫາທີ່ພາໄປເຖິງການສືບສວນພິຈາລະນາໂທດທ່ານປະທານາທິບໍດີ Donald Trump ຢູ່ ວໍຊິງຕັນ.

ປະທານາທິບໍດີ ຢູແກຼນ ປະຕິເສດເລື່ອງມີສ່ວນກ່ຽວຂ້ອງເຖິງສະພາບຄວາມຫຍຸ້ງເຫຍີງໃນການການເລືອກຕັ້ງຂອງ ອາເມລິກາ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy (ພາບ: AFP/TTXVN)

        ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Kyodo (ຍີ່ປຸ່ນ) ຢູ່ຫ້ອງວ່າການປະທານາທິບໍດີ ຢູ່ Kiev ໃນວັນທີ 05 ຕຸລາ, ທ່ານປະທານາທິບໍດີ Volodymyr Zelenskiy ຊີ້ແຈ້ງວ່າ: ຍັງບໍ່ເຄີຍຖືກກໍ່ກຳລັງກົດດັນ ແລະ ບໍ່ຍອມຮັບເງື່ອນໄຂ ເພື່ອດຳເນີນກອງປະຊຸມສຸດຍອດກັບທ່ານ Trump ຫຼື ເພື່ອແລກເອົາບັນດາສັນຍາຊື້-ຂາຍອາວຸດ.

ຕອບກັບ

ຂ່າວ/ບົດ​ອື່ນ