ປະທານາທິບໍດີ ສ. ເກົາຫຼີ ເລີ່ມສ້າງຕັ້ງລັດຖະບານໃໝ່

(VOVWORLD) - ວັນທີ 10/5, ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae-in ມີບັນດາບາດກ້າວທຳອິດໃນການສ້າງຕັ້ງລັດຖະບານໃໝ່, ດ້ວຍການແຕ່ງຕັ້ງນາຍົກລັດຖະມົນຕີ, ຫົວໜ້າຫ້ອງວ່າການທຳນຽບປະທານາທິບໍດີ, ຜູ້ອຳນວຍການອົງການສືບລາຊະການລັບ ແລະ ອົງການປ້ອງກັນຄວາມສະຫງົບແຫ່ງຊາດ.
ປະທານາທິບໍດີ ສ. ເກົາຫຼີ ເລີ່ມສ້າງຕັ້ງລັດຖະບານໃໝ່ - ảnh 1ທ່ານ Moon Jae-in  

ໃນການປະຊຸມຂ່າວທຳອິດທີ່ທຳນຽບປະທານາທິບໍດີ, ພາຍຫຼັງສາບານຕົວເຂົ້າດຳລົງຕຳແໜ່ງເປັນປະທານາທິບໍດີ ສ. ເກົາຫຼີ, ທ່ານ Moon Jae-in ປະກາດໄດ້ບົ່ງຕົວທ່ານ Lee Nak – yon, ເຈົ້າຄອງນະຄອນ Jeolla ໃຕ້ ເປັນນາຍົກລັດຖະມົນຕີ ສ. ເກົາຫຼີ, ທ່ານ Im Jong – seok, ຫົວໜ້າກຸ່ມເລຂາໃຫ້ບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງທ່ານ ແມ່ນຫົວໜ້າຫ້ອງວ່າການທຳນຽບປະທານາທິບໍດີ. ໃນຂະນະນັ້ນ, ທ່ານ Suh Hoon, ອະດີດເຈົ້າໜ້າທີ່ຂຶ້ນກັບອົງການສືບລາຊະການລັບແຫ່ງຊາດໄດ້ຮັບການແຕ່ງຕັ້ງເປັນຜູ້ອຳນວຍການອົງການນີ້ ແລະ ທ່ານ Joo Young – hoon, ເຊິ່ງແມ່ນເຈົ້າໜ້າທີ່ຂຶ້ນກັບອົງການປ້ອງກັນຄວາມສະຫງົບທຳນຽບປະທານາທິບໍດີ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າອົງການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ