ປະທານາທິບໍດີ ອາເມລິກາ ຊັ່ງຊາຕໍ່ການພົບປະກັບການນຳ ສປປ ເກົາຫຼີ Kim Jong -un
(VOVWORLD) - (vovworld) – ບັນດາແຫຼ່ງຂ່າວການທູດໃນວັນທີ 8/5, ໃຫ້ຮູ້ວ່າ: ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເວົ້າກັບ ຈີນ ວ່າ ທ່ານ Trump ພ້ອມແລ້ວທີ່ຈະຊົມເຊີຍການນຳ ສປປ ເກົາຫຼີ ທ່ານ Kim Jong –un ໃນການພົບປະຢູ່ ອາເມລິກາ, ຖ້າຫາກ ພຽງຢາງ ປະລະໂຄງການນິວເຄຼຍ ແລະ ລູກສອນໄຟຂອງປະເທດນີ້.
ການນຳ ສປປ ເກົາຫຼີ Kim Jong –un |
ແນວຄວາມຄິດນີ້ແມ່ນສ່ວນຫນຶ່ງໃນບັນດາຂໍ້ສະເໜີເຊິ່ງ ອາເມລິກາ ຍົກອອກມາໃນການປຶກສາຫາລື ໃນໄລຍະມໍ່ໆມານີ້ກັບວົງການເຈົ້າໜ້າທີ່ ຈີນ ກ່ຽວກັບວິທີການແກ້ໄຂດີທີ່ສຸດ ກ່ຽວກັບບັນຫາ ນິວເຄຼຍຂອງ ສປປ ເກົາຫຼີ. ອຳນາດການປົກຄອງ ອາເມລິກາ ກໍ່ເວົ້າວ່າ ເຂົາເຈົ້າຈະບໍ່ມີການກະທຳດ້ານການທະຫານ ແລະ ຈະຮັບປະກັນຄວາມໝັ້ນຄົງໃຫ້ລະບອບຂອງທ່ານ Kim Jong –un ຖ້າຫາກວ່າບັນດາໂຄງການອາວຸດດັ່ງກ່າວຂອງ ພຽງຢາງ ຖືກຍົກເລີກ. ວົງການເຈົ້າໜ້າທີ່ ອາເມລິກາ ຖືວ່າຈັດດຳເນີນການການໂອ້ລົມສົນທະນາກັບ ສປປ ເກົາຫຼີ ຍັງຊັງຊາຢູ່.