ປະທານາທິບໍດີ ອາເມລິກາ ຊີ້ບອກເຖິງມາດຕະການດ້ານການທະຫານສຳລັບ ສປປ.ເກົາຫຼີ

(VOVWORLD) - ວັນທີ 8 ຕຸລາ, ຫົວໜ້າຫ້ອງ ການຄຸ້ມຄອງ ແລະ ງົບປະມານທຳນຽບຂາວ ທ່ານ Mick Mulvaney ຖືວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ຢາກເຕື້ອງເຖິງມາດຕະການດ້ານການທະຫານ ເພື່ອແນໃສ່ຢຸດຕິໂຄງການນິວເຄຼຍຂອງ ສປປ.ເກົາຫຼີ. 
ປະທານາທິບໍດີ ອາເມລິກາ ຊີ້ບອກເຖິງມາດຕະການດ້ານການທະຫານສຳລັບ ສປປ.ເກົາຫຼີ - ảnh 1ທ່ານປະທານາທິບໍດີ Donald Trump (ພາບ: TTXVN) 

ກ່ອນໜ້ານັ້ນ ວັນທີ 07 ຕຸລາ, ໃນເຄືອຂ່າຍສັງຄົມ Twitter, ທ່ານປະທານາທິບໍດີ Donald Trump ຖືວ່າ: ບັນດາຂໍ້ຕົກລົງ ແລະ ການເຈລະຈາ ໄດ້ເຮັດໃຫ້ບັນດານັກເຈລະຈາ ອາເມລິກາ ກາຍເປັນ “ຄົນໂງ່ຈ້າ”. ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ: “ພຽງແຕ່ມີວິທີໜຶ່ງດຽວເທົ່ານັ້ນ” ແຕ່ບໍ່ອະພິປາຍຢ່າງຈະແຈ້ງ ມາດຕະການນີ້ແມ່ນຫຍັງ. ສິ່ງດັ່ງກ່າວພາໄປເຖິງການຄາດຄະເນວ່າ ອາເມລິກາ ອາດຈະບຸກໂຈມຕີດ້ານການທະຫານໃສ່ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ