ປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ການເຈລະຈາກັບ ສປປ.ເກົາຫຼີ ບໍ່ນຳມາເຊິ່ງໝາກຜົນ

(VOVWORLD) - ວັນທີ 1 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດໃນ Twitter ຂອງຕົນວ່າ: ບັນດາການເຈລະຈາກັບ ສປປ.ເກົາຫຼີ ບໍ່ນຳມາເຊິ່ງໝາກຜົນໃນຕະຫລອດ 25 ປີຜ່ານມາ ກໍ່ຄືໃນປະຈຸບັນ. 
ປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ການເຈລະຈາກັບ ສປປ.ເກົາຫຼີ ບໍ່ນຳມາເຊິ່ງໝາກຜົນ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump (AFP/TTXVN

ໃນ Twitter ຂອງຕົນ, ການນຳ ອາເມລິກາ ສະແດງຄວາມລະແວງສົງໃສກ່ຽວກັບປະສິດທິຜົນຂອງບັນດາການເຈລະຈາກັບ ສປປ.ເກົາຫຼີ. ຕາມທ່ານປະທານາທິບໍດີ Donald Trump ແລ້ວ, ບັນດາປະທານາທິບໍດີໃນອະຍຸການກ່ອນຂອງທ່ານ ຖືກປະລາໄຊ ແຕ່ທ່ານເອງຈະບໍ່ປະໃຫ້ສິ່ງດັ່ງກ່າວເກີດຂຶ້ນ.
ຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນອອກສ່ຽງເໜືອພວມປີນຂັ້ນໄດ ພາຍຫລັງ ສປປ.ເກົາຫຼີ ດຳເນີນເຫດທົດລອງນິວເຄຼຍຄັ້ງທີ 6 ເມື່ອຕົ້ນເດືອນ ກັນຍາ ແລະ ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຍົກອອກບັນດາຄຳຖະແຫຼງທີ່ແຂງແກ່ງຢ່າງຕໍ່ເນື່ອງກ່ຽວກັບຄວາມສ່ຽງທີ່ຈະເກີດມີສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ