ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ ຍ້ອງ​ຍໍ​ບົດ​ບາດ​ສຳ​ຄັນ ແລະ ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ

(VOVWORLD) -   ຕອນຄ່ຳວັນທີ 2 ຕຸລາ ຕາມເວລາທ້ອງຖິ່ນ, ທ່ານປະທານາທິບໍດີ ອຽກລັງ, Michael D.Higgins, ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ພວມຢ້ຽມຢາມທາງລັດຖະກິດຢູ່ ອຽກລັງ.
ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ ຍ້ອງ​ຍໍ​ບົດ​ບາດ​ສຳ​ຄັນ ແລະ ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ - ảnh 1ທ່ານປະທານາບໍດີ ອຽກລັງ, Michael D.Higgins ພ້ອມດ້ວຍພັນລະຍາ ຖ່າຍຮູບພ້ອມກັບທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລິມ (ພາບ:  VOV)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານາບໍດີ ອຽກລັງ, Michael D.Higgins, ໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະປະກອບສ່ວນຮັກສາ ແລະ ປັບປຸງໄມຕີຈິດມິດຕະພາບ ແລະ ນັບມື້ນັບພັດທະນາຂອງສອງປະເທດ ອຽກລັງ ແລະ ຫວຽດນາມ. ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ Michael D.Higgins ໄດ້ສະແດງຄວາມແບ່ງປັນຕໍ່ກັບຜົນເສຍຫາຍໂດຍພາຍຸ Yagi ກໍ່ຂຶ້ນກັບປະຊາຊົນ ຫວຽດນາມ; ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ໃນນາມເປັນຄູ່ຮ່ວມມືຍາວນານຂອງ ຫວຽດນາມ, ອຽກລັງ ຈະໃຫ້ການໜູນຊ່ວຍມະນຸດສະທຳ.

        ທ່ານປະທານາທິບໍດີ ອຽກລັງ, Michael D.Higgins, ຍ້ອງຍໍຊົມເຊີຍບົດບາດສຳຄັນ ແລະ ຕັ້ງໜ້າຂອງ ຫວຽດນາມ ໃນການຮັກສາຄວາມໝັ້ນຄົງຢູ່ພາກພື້ນ, ລວມທັງບັນດາວິທີການທູດທີ່ບໍ່ຮ່ວມສຳພັນ ແລະ ນະໂຍບາຍ “4 ບໍ່” - ບໍ່ຮ່ວມສຳພັນດ້ານການທະຫານ, ບໍ່ສ້າງພັກພວກກັບປະເທດໜຶ່ງເພື່ອຕ້ານປະເທດອື່ນ, ບໍ່ມີຖານທີ່ໝັ້ນການທະຫານຢູ່ຕ່າງປະເທດ ຫຼື ນຳໃຊ້ ຫວຽດນາມ ເປັນແປ້ນຢັນເພື່ອຕີຕ້ານບັນດາປະເທດອື່ນ ແລະ ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ; ພ້ອມທັງເນັ້ນໜັກວ່າ ຍຸດທະສາດບໍ່ຮ່ວມສຳພັນນີ້ ແລະ ບັນດາສາຍພົວພັນທີ່ປອດໃສ, ສະເໝີພາບກັບບັນດາປະເທດໃຫຍ່ ໄດ້ນຳມາເຊິ່ງຜົນປະໂຫຍດໃຫຍ່ໃຫ້ແກ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ