ປະທານາທິບໍດີ Donald Trump ສະເໜີແຜນການສັນຕິພາບ 15 ຂໍ້ກັບ ອີຣານ
(VOVWORLD) - ວັນທີ 24 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ສົ່ງຂໍ້ສະເໜີສັນຕິພາບໄປຍັງ ອີຣານ ແລະ ສະແດງຄວາມຫວັງກ່ຽວກັບຄວາມອາດສາມາດຢຸດຕິການປະທະກັນທີ່ແກ່ຍາວເກືອບ 1 ເດືອນຜ່ານມາ. ການກະທຳດັ່ງກ່າວໄດ້ດຳເນີນໃນຈຸດເວລາ ອີຣານ ປະກາດເປີດປະຕູຊ່ອງແຄບທະເລ Hormuz ໃຫ້ແກ່ທຸກຝ່າຍ ແລະ ກ່ຳປັ່ນລຳຕ່າງໆ, ຍົກເວັ້ນບັນດາປະເທດທີ່ພວມມີການປະທະກັນກັບປະເທດນີ້.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ພວມດຳເນີນການເຈລະຈາປະນິປະນອມກັບ ອີຣານ, ເຖິງວ່າປະເທດນີ້ຍັງບໍ່ທັນຢັ້ງຢືນບໍ່ວ່າການສົນທະນາທີ່ເປັນທາງການໃດ. ທ່ານ Trump ເຜີຍໃຫ້ຮູ້ວ່າ ອີຣານ ໄດ້ຝາກ “ຂອງຂວັນທີ່ມີມູນຄ່າໃຫຍ່ຫຼວງ”, ນັ້ນແມ່ນການຜ່ອນຜັນການປິດຊ່ອງແຄບທະເລ Hormuz, ປະຕູຂອງ 1/5 ປະລິມານນ້ຳມັນບໍ່ຂອງໂລກ.
ແຜນການສັນຕິພາບ 15 ຂໍ້ຂອງທ່ານ Trump ໄດ້ສົ່ງຜ່ານ ປາກິດສະຖານ - ປະເທດເປັນກາງ, ໂດຍໄດ້ເນັ້ນໜັກເຖິງເງື່ອນໄຂຕັດສິນຊີ້ຂາດວ່າ ອີຣານ ບໍ່ໄດ້ກຳມະສິດອາວຸດນິວເຄຼຍ. ຊ່ອງໂທລະພາບ Channel 12 ຂອງ ອິດສະຣາແອັນ ໃຫ້ຮູ້ວ່າ ທ່ານ Trump ສະເໜີຄຳສັ່ງຢຸດຍິງໜຶ່ງທີ່ແກ່ຍາວ 1 ເດືອນ ເພື່ອໃຫ້ສອງຝ່າຍປຶກສາຫາລືກ່ຽວກັບເລື່ອງ ອີຣານ ຈະມອບປະລິມານ uranium ທີ່ໄດ້ຜ່ານການເສີມທາດແລ້ວ ແລະ ຢຸດຕິທຸກການກະທຳເສີມທາດນິວເຄຼຍອີກຕໍ່ໄປ. ໂດຍແລກກັບເລື່ອງ, ອາເມລິກາ ອາດຈະຍົກເລີກທຸກຄຳສັ່ງລົງໂທດ ແລະ ໜູນຊ່ວຍ ອີຣານ ພັດທະນາພະລັງງານນິວເຄຼຍພົນລະເຮືອນຢູ່ໂຮງງານ Bushehr ຂອງ ອີຣານ.